ຊາວນະຄອນຫຼວງວຽງຈັນ ຫຼາຍຄົນ ບໍ່ເຫັນດີນໍາ ທາງການລາວ ທີ່ອະນຸຍາດໃຫ້ ຄົນຕ່າງປະເທດ ຊື້ຄອນໂດ ແລະ ເປັນເຈົ້າຂອງ ຍ້ອນຢ້ານວ່າ ຄົນຈີນ, ຄົນວຽດນາມ ແລະ ຄົນຊາຕອື່ນໆ ຈະເຂົ້າມາຢູ່ຫຼາຍ ແລະ ເຮັດທຸຣະກິຈ ຫຼາຍຂຶ້ນ ອັນຈະເປັນການ ຍາດແຍ່ງແຂ່ງຂັນ ກັບຄົນລາວ, ເຮັດໃຫ້ຄົນລາວ ໄດ້ຮັບຜົລກະທົບ ໃນການປະກອບ ອາຊີພຄ້າຂາຍ ເພາະຄອນໂດ ຈະບໍ່ມີຢູ່ເເຕ່ ເຂດບຶງທາດຫຼວງເທົ່ານັ້ນ, ອີງຕາມຄໍາເວົ້າ ຂອງຊາວນະຄອນຫຼວງ ວຽງຈັນ ຜູ້ຂໍສງວນຊື່ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກັນຍານີ້:
“ບໍ່ ບໍ່ຄ່ອຍເຫັນດີປານໃດ. ຄົນຈີນກັບວຽດ ສ່ວນໃຫຍ່ ມາຢູ່ລາວ ແນ່ນອນ. ເຂົາຢູ່ໄລຍະຍາວ. ເຮົາກະບໍ່ຮູ້ວ່າ ເຂົາເຈົ້າ ຊິຈຸດປະສົງຫຍັງ ກັນແທ້. ຢູ່ປະເທດເຮົາ ເບິ່ງໄລຍະຍາວ ໜ້າຈະມີ ຜົລກະທົບຢູ່ ສຸ່ມສ່ຽງທີ່ວ່າ ເຂົາເຈົ້າ ມາເຮັດທຸຣະກິຈ ແຂ່ງກັບຄົນລາວ. ເຮົາກະສູ້ເຂົາ ບໍ່ໄດ້ແນ່ນອນ ຄົນຕ່າງຊາຕເນາະ ມີສິດອີ່ຫຍັງ ຫຼາຍຂຶ້ນ ໃນບ້ານເຮົາຫັ້ນນ່າ. ເອົາເຄື່ອງ ເອົາສິນຄ້າເຂົາ ເຂົ້າມາ.”
ທ່ານກ່າວຕື່ມວ່າ ປັດຈຸບັນ, ຄົນຈີນ, ຄົນວຽດນາມ ແລະ ຄົນປະເທດອື່ນໆ ເຂົ້າມາເຮັດທຸຣະກິຈ ຢູ່ລາວຫຼາຍ. ສໍາລັບຄົນຈີນ, ສ່ວນໃຫຍ່ ບໍ່ມັກຮັບເອົາ ຄົນລາວ ເຂົ້າເຮັດວຽກນໍາ, ຖ້າຫາກຮັບເອົາ ກໍຕ້ອງໄດ້ ພາສາຈີນ ຫຼມີຄວາມຊໍານານ ຫຼາຍດ້ານ ແລະ ມີເງື່ອນໄຂ ຫຼາຍຢ່າງ, ມັກເອົາແຕ່ ຄົນຊາຕຕົນເອງ. ດັ່ງທີ່ທ່ານກ່າວວ່າ:
“ຈີນມັນກໍ ເປັນປະເທດ ທີ່ວ່າ ມາລົງທຶນ ຢູ່ປະເທດລາວເຮົາ ເປັນອັນດັບທີ 1. ຕໍ່ມາ ກໍວຽດນາມ ກະສັງເກດໄດ້ ຈາກທີ່ວ່າ ໂຕເມືອງເນາະ ປົກກະຕິ ມັນຄວນຈະຕ້ອງ ເປັນຂອງຄົນລາວ ນີ້ກະປ່ອຍ ໃຫ້ຈີນໃຫ້ຫຍັງ ມາສ້າງຕຶກ ເຮັດສູນການຄ້າ ນັ້ນໂນ້ນນີ້ ເຕັມໄປໝົດ. ບາດນີ້, ໄປແຈໃດ ຮັບສມັກ ພະນັກງານ ຢູ່ບ່ອນໃດ ກໍຕ້ອງໄດ້ ພາສາຈີນ ນັ້ນນີ້ ມາເປັນຫຼັກ.”
ແລະ ຊາວນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ຜູ້ຂໍສງວນຊື່ ຄືກັນນັ້ນ ກໍກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ຖ້າຫາກເບິ່ງໄປ ໃນໄລຍະຍາວ ຄົນຕ່າງປະເທດ ທີ່ເຂົ້າມາ ຊື້ຄອນໂດນັ້ນ, ແມ່ນຕ້ອງການຢູ່ ແລະ ເຮັດທຸຣະກິຈ ປະກອບອາຊີພ ຕ່າງໆ ຢູ່ລາວ ເປັນຕົ້ນ ຄ້າຂາຍ ອັນຈະເຮັດໃຫ້ ມີຜົລກະທົບ ຕໍ່ຄົນລາວ ໃນການ ປະກອບອາຊີພ ນີ້ຢູ່ແລ້ວ. ດັ່ງນັ້ນ, ຈຶ່ງເຫັນວ່າ ທາງການລາວ ຄວນຕັ້ງ ກົດຣະບຽບ ຄຸ້ມຄອງ ຄົນຕ່ງປະເທດນັ້ນ ເພື່ອບໍ່ໃຫ້ ມີບັນຫາຕາມມາ. ດັ່ງທີ່ທ່ານກ່າວວ່າ:
“ເຣື່ອງກະທົບ ມັນກະແນ່ນອນລະເນາະ. ສິດທິຄ້າຂາຍ ນີ້ລະ, ແຕ່ວ່າ ຣັຖບານ ມັນຕ້ອງໄດ້ຄິດ ຣະບຽບຄຸ້ມຄອງ ພວກນີ້ ໃຫ້ມັນໄດ້. ພາກຣັຖບານ ກໍຕ້ອງໄດ້ກະຕຸ້ນ ໃຫ້ຄົນລາວ ພັທນາສີມື ແຮງງານ. ”
ກ່ຽວກັບເຣື່ອງ ທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກັບເຣື່ອງດິນ ກະຊວງຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ນາງນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ກັນຍາ ນີ້ວ່າ ທາງການລາວ ອະນຸຍາດໃຫ້ ຄົນຕ່າງປະເທດ ຊື້ຄອນໂດ ແລະ ເປັນເຈົ້າຂອງໄດ້, ແຕ່ບໍ່ໄດ້ເປັນ ເຈົ້າຂອງຖາວອນ ເພາະມັນຂຶ້ນຢູ່ ກັບໄລຍະເວລາ ສັມປະທານ ຂອງໂຄງການ ສົມມຸດວ່າ ໂຄງການ ຂອງຄອນໂດ ໄດ້ ສັມປະທານ 50 ປີ ເມື່ອຄົບອາຍຸ ນັ້ນແລ້ວ ຖ້າທາງໂຄງການ ບໍ່ຕໍ່ສັມປະທານ ຄອນໂດນັ້ນ ກໍຕ້ອງຕົກເປັນ ຂອງຣັຖບານ. ດັ່ງທີ່ທ່ານ ກ່າວວ່າ:
“ມັນມີກໍານົດ ເວລານະ. ມັນຂຶ້ນກັບ ໂຄງການ ຂອງເຂົາເຈົ້ານ່າ. ເຂົາເຈົ້າ ຊື້ດິນນໍາຣັຖເນາະ ຊື້ 50 ປີ ເພື່ອໄປສ້າງຄອນໂດ ຖ້າເຂົາເຈົ້າ ສ້າງໄປແລ້ວ ໄດ້ 30 ປີ ແລ້ວ ເຈົ້າຫາແຕ່ເຂົ້າມາ ເຈົ້າກະຍັງແຕ່ 20 ປີ ຊີ້ນ່າ. ໝົດ 50 ປີ ໂຄງການເຂົາເຈົ້າຕໍ່ ເຈົ້າກະສາມາດ ຕໍ່ໄດ້. ຖ້າເຂົາເຈົ້າບໍ່ຕໍ່ ກໍແມ່ນມອບ ໃຫ້ຣັຖເນາະ. ”
ແລະ ເຈົ້າໜ້າທີ່ ກະຊວງຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ອີກທ່ານນຶ່ງ ກໍກ່າວຢືນຢັນຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ທາງການລາວ ອະນຸຍາດ ໃຫ້ຄົນຕ່າງປະເທດ ຊື້ຄອນໂດໄດ້, ແຕ່ບໍ່ໄດ້ເປັນເຈົ້າຂອງ ແບບຖາວອນ. ດັ່ງທີ່ທ່ານ ກ່າວວ່າ:
“ຖ້າວ່າ ໂຄງການໂຕນັ້ນ, ມັນໝົດ ມັນເປັນຂອງຣັຖຄືນເດ໋. ເຈົ້າກະຕ້ອງ ໄປຂໍຕໍ່ກັບຣັຖ ເພາະເປັນດິນເຂົາເຈົ້າ. ຕໍ່ສັມປະທານນ່າ ເຈົ້າສາມາດ ສືບຕໍ່ໄດ້ ແຕ່ສາມາດ ມາເຊົ່ານໍາຣັຖ ເຈົ້າຕ້ອງມາ ເຊົ່າດິນ ນໍາຣັຖ ມັນກະຄືສັນຍາ ທີ່ເຮັດກັບຣັຖ ເຈົ້າຈະຈ່າຍແນວໃດ.”
ກົດໝາຍ ວ່າດ້ວຍທີ່ດິນ ສບັບປັບປຸງ ຂອງລາວ ອະນຸຍາດໃຫ້ ຄົນຕ່າງປະເທດ ເປັນເຈົ້າຂອງ ຄອນໂດໄດ້ ຕາມມາດຕຣາ 132, ແຕ່ເປັນ ເຈົ້າຂອງສິດ ພຽງຄອນໂດ ເທົ່ານັ້ນ. ສ່ວນດິນ, ຂຶ້ນຢູ່ກັບໂຄງການ ທີ່ເປັນຜູ້ສັມປະທານ. ຫາກໝົດສັນຍາ ສັມປະທານ, ດິນນັ້ນ ກໍຈະຕົກເປັນ ຂອງຣັຖບານຄືນ ແລະ ຫາກຈະຕໍ່ສັນຍາ ກໍຕ້ອງໄດ້ຮັບອະນຸມັດ ຈາກທາງຣັຖບານ.