ໜັງສືພິມວຽງຈັນທາມ ລາຍງານວ່າ ໃນບັນດາ 10 ປະເທດອາຊຽນ, ສປປ ລາວ ຈະມີອັດຕາການເກີດລູກໃນໄວໜຸ່ມຫຼາຍທີ່ສຸດ ປະມານ 83 ຄົນ ຕໍ່ເດັກຍິງ 1.000 ຄົນ ເຊິ່ງມີອາຍຸສະເລ່ຍປະມານ 15-19 ປີ ແລະ ນອກນັ້ນອັດຕາການຕາຍຂອງແມ່ຍັງສູງເຊັ່ນກັນ.

ຄຽງຄູ່ກັນນັ້ນ, ຈຳນວນການເກີດລູກທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວເຊັ່ນກັນ ຄາດວ່າໃນໄລຍະ 2 ປີ ຈະເພີ່ມຂຶ້ນເຖິງ 331.000 ຫລື 355.000 ທີ່ເກີດລູກໃໝ່ທີ່ບໍ່ໄດ້ວາງແຜນໂດຍສະເພາະໃນບັນດາ ແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດ.

ອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ໄດ້ຮ່ວມກັບລັດຖະບານ ສປປ ລາວ ເພື່ອສະໜັບ ສະໜູນນະໂຍບາຍ ແລະ ແຜນງານທີ່ກ່ຽວຂ້ອງໃນການວາງແຜນຄອບຄົວ ເຊັ່ນ: ການເບິ່ງແຍງຫຼັງການເກີດລູກ, ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການບໍລິການວາງແຜນຄອບຄົວ ພ້ອມດ້ວຍການບໍລິການທີ່ເປັນມິດກັບໄວໜຸ່ມ, ການສະໜອງຢາຄຸມກຳເນີດທີ່ມີຄຸນນະພາບ, ສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກແຫ່ງຊາດ ແລະ ເກັບກຳຂໍ້ມູນເພື່ອສະໜັບສະໜູນວຽກງານນີ້ ເພື່ອຄວາມກ້າວ ໜ້າໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ.