ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ຈະໃຊ້ມາຕການ ຕໍ່ບັນດາສື່ອອນລາຍໃນລາວ, ໂດຍສະເພາະສື່ທາງເຟສບຸກຄ໌ ທີ່ບໍ່ລົງ ທະບຽນຢ່າງຖືກຕ້ອງກັບທາງການ ແລະ ບໍ່ໄດ້ຮັບອະນຸຍາດ ແຕ່ຍັງເຄື່ອນໄຫວໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານຢູ່, ເຊິ່ງເປັນການ ຝ່າຝືນ ກົດໝາຍວ່າດ້ວຍ ສື່ມວນຊົນ.
ປັດຈຸບັນ, ທາງກົມສື່ມວນຊົນ ຍັງຂຍາຍເວລາ ເປີດໂອກາດໃຫ້ບັນດາເຈົ້າຂອງສື່ອອນລາຍ ທີ່ຍັງບໍ່ໄດ້ລົງທະບຽນ ຮີບຕິດຕໍ່ຂໍລົງທະບຽນ ໃຫ້ຖືກຕ້ອງ ເພື່ອຫຼີກເວັ້ນຄວາມຜິດດັ່ງກ່າວ. ດັ່ງເຈົ້າໜ້າທີ່ ປະຈຳກົມ ສື່ມວນຊົນ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ຜູ້ຂໍສງວນຊື່ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 01 ຕຸລາ ນີ້ວ່າ:
“ຍັງບໍ່ໄດ້ລົງລະໃຫ້ມາລົງ ລະເພິ່ນຈະແນະນຳອີກຕື່ມອີກ. ເພິ່ນແຈ້ງໃຫ້ມາລົງເດີ້ ມາລົງໄດ້ເລື້ອຍໆ. ມັນຕ້ອງໄດ້ມາແນະນຳກັນຕື່ມ.”
ອີງຕາມເນື້ອໃນ ຂອງກົດໝາຍວ່າດ້ວຍສື່ມວນຊົນ ສບັບປັບປຸງ ມາດຕຣາ 40 ໄດ້ຣະບຸວ່າ ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງອົງການສື່ມວນຊົນຕ້ອງຍື່ນຄຳຮ້ອງ ແລະ ບົດວິພາກຕໍ່ກະຊວງ ຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ເພື່ອຂໍຮັບການພິຈາຣະນາ ອະນຸຍາດເຄື່ອນໄຫວ ວຽກງານສື່ມວນຊົນ, ແຕ່ໃນກົດໝາຍດັ່ງກ່າວ ບໍ່ໄດ້ຣະບຸຢ່າງຄັກແນ່ ກ່ຽວກັບບົດລົງໂທສ ຂອງສື່ມວນຊົນ ຫຼື ສື່ ອອນລາຍ ທີ່ບໍ່ໄດ້ລົງທະບຽນ ຕໍ່ທາງການ ວ່າຈະຖືກປັບໄໝ ຫຼື ຖືກລົງໂທສແນວໃດ.
ກ່ຽວກັບເຣື່ອງນີ້, ຜູ້ຜລິຕເນື້ອຫາ ຜ່ານສື່ສັງຄົມອອນລາຍໃນລາວ ທ່ານນຶ່ງ ເວົ້າວ່າ ທ່ານເຫັນດີ ທີ່ທາງການ ໄດ້ກຳນົດໃຫ້ສື່ອອນລາຍ ທຸກສື່ໃນລາວ ຕ້ອງໄດ້ລົງທະບຽນ ຢ່າງຖືກຕ້ອງ ຍ້ອນຈະເຮັດໃຫ້ການ ນຳສເນີຂໍ້ມູນຂ່າວສານຕ່າງໆ ມີຄວາມເປັນຣະບຽບຮຽບຮ້ອຍ ຫຼາຍຂຶ້ນ ແລະ ສະກັດກັ້ນ ການລົງຂ່າວປອມ ຫຼືຂ່າວທີ່ບໍ່ມີມູນຄວາມຈິງ ທີ່ປັ່ນປ່ວນສັງຄົມ. ດັ່ງຍານາງ ເວົ້າວ່າ:
“ກະເຫັນດີຢູ່ ເພາະວ່າມັນຈັ່ງບໍ່ຊະບໍ່ຊາຍເນາະ ມັນຈັ່ງຈະໄດ້ເຂົ້າເປັນຣະບຽບ ເປັນຣະບົບແດ່, ຫັ້ນນ່າ. ເພາະວ່າທຸກຢ່າງມັນຕ້ອງຂຶ້ນເປັນ ຣະບົບ ເປັນອັນດຽວນ່າ. ເພາະວ່າບ້ານເຮົາ ບໍ່ແທ້ບໍ່ວ່າ ເຂົາເຈົ້າກໍຈະ ບໍ່ລົງໂລເລ, ຫັ້ນນ່າເນາະ. ໄປລົງມະໂລມະເລຫັ້ນນ່າ ຄັນຖ້າວ່າ ເພິ່ນຈັບໄດ້ ເພິ່ນກະຕ້ອງເອົາຈັດໄປຕາມຣະບຽບການ ຂອງບ້ານເມືອງເຮົາຫັ້ນແຫຼະ.”
ເຈົ້າຂອງສື່ອອນລາຍໃນລາວ ທີ່ຜລິຕເນື້ອຫາ ຜ່ານທາງເຟສບຸກຄ໌ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ, ການນຳສເນີຂໍ້ມູນແກ່ ປະຊາຊົນ ຜ່ານ ເຟສບຸກຄ໌ ນອກຈາກຈະຕ້ອງ ລົງທະບຽນໃຫ້ຖືກຕ້ອງແລ້ວ ຜູ້ທີ່ເປັນ ເຈົ້າຂອງສື່ ຍັງຈະຕ້ອງກວດກາ ແລະ ມີສະຕິຫຼາຍຂຶ້ນ ກ່ອນຈະນຳ ສເນີຂໍ້ມູນອັນໃດກໍຕາມ ອອກສູ່ສາທາຣະນະ ເພື່ອປະຕິບັດຕາມ ກົດໝາຍວ່າດ້ວຍສື່ມວນຊົນ ຢ່າງເຂັ້ມງວດ ແລະ ບໍ່ໃຫ້ຜິດຕາມຂໍ້ຫ້າມ ທີ່ທາງການໄດ້ກຳນົດໄວ້. ດັ່ງຍານາງ ເວົ້າວ່າ:
“ແມ່ນ, ແຕ່ວ່າເພິ່ນມີຂໍ້ຫ້າມຫັ້ນແຫຼະໂຕນີ້ນ່າ ເພາະວ່າບໍ່ແມ່ນເຣື່ອງຈິງ ເຮົາບໍ່ຕ້ອງລົງ, ຫັ້ນນ່າ. ເຣື່ອງກ່ຽວກັບ ຜິດກັບກົດຣະບຽບ ຂອງ ເຣື່ອງບ້ານການເມືອງ, ຫັ້ນນ່າເພິ່ນກໍຈະບໍ່ໃຫ້ເຮົາລົງເພາະວ່າເຮົາກະ ບໍ່ໄດ້ວ່າແບບວ່າເອົາຂ່າວມະຍຸມະຍະມາລົງ ຊີ້ນ່າ. ຕ້ອງເບິ່ງລະອຽດ ຊີ້ນ່າ.”
ສ່ວນຊາວລາວ ທ່ານນຶ່ງ ທີ່ມັກອ່ານຂ່າວສານ ແລະ ຂໍ້ມູນຕ່າງໆ ຜ່ານສື່ອອນລາຍ ເຊື່ອວ່າ ຫຼັງຈາກທີ່ທາງການ ໄດ້ກຳນົດໃຫ້ສື່ອອນລາຍ ຕ່າງໆ ລົງທະບຽນໃຫ້ຖືກຕ້ອງນັ້ນ ຈະເຮັດໃຫ້ການລົງຂ່າວປອມ ຫຼຸດລົງ ຍ້ອນປັດຈຸບັນ ເຫັນວ່າມີສື່ອອນລາຍບາງສື່ ທີ່ນຳສເນີຂ່າວສານ ທີ່ບໍ່ມີມູນຄວາມຈິງ ແລະ ປັນປ່ວນສັງຄົມຢູ່, ເຊິ່ງບໍ່ຖືກຕ້ອງ. ດັ່ງທ່ານ ເວົ້າວ່າ:
“ເອີ່ໂຕນີ້ດີຢູ່ ເພາະວ່າ ສ່ວນຫຼາຍກະເບິ່ງໄປຈັ່ງຊັ້ນ ເພາະວ່າບໍ່ຮູ້ວ່າ ທີ່ໄປທີ່ມາແນ່ນອນ. ມີແຕ່ວ່າເອົາລົງເຮົາກະເບິ່ງຜ່ານໆໄປ ໂຕໃດມັນ ບໍ່ສອດຄ່ອງນີ້ ລົງໄປຊະຊາຍ ບາງເທື່ອກະທົບກະທັ່ງຈິຕໃຈເຂົາ ມັນກະບໍ່ຖືກ. ຄັນຕົວະແນວມັນບໍ່ມີ ບາງເທື່ອຄົນກະເຂົ້າໃຈໄປ ຕ່າງໆນາໆ ມັນກະບໍ່ຄ່ອງ.”
ການແຈ້ງການ ໃຫ້ສື່ອອນລາຍລົງທະບຽນ ໃນຄັ້ງນີ້ ກໍເພື່ອໃຫ້ເຂົ້າກັບ ຣະບຽບ ແລະ ກົດໝາຍວ່າດ້ວຍສື່ມວນຊົນ ແລະ ສະດວກໃນການ ກວດສອບ ແລະ ຕິດຕາມ ເພື່ອປ້ອງກັນບໍ່ໃຫ້ມີຂ່າວປອມ, ຂ່າວໃສ່ ຮ້າຍປ້າຍສີ ພັກ-ຣັຖ ແລະ ຂ່າວອະກຸສົນອື່ນໆ ທີ່ເຮັດໃຫ້ເກີດຄວາມ ບໍ່ສງົບ ໃນສັງຄົມ, ອີງຕາມຂໍ້ມູນຈາກໜັງສືພິມວຽງຈັນທາມສ໌.
ນອກຈາກມີ ກົດໝາຍວ່າດ້ວຍສື່ມວນຊົນແລ້ວ, ຣັຖບານລາວ ຍັງມີດຳຣັຖວ່າດ້ວຍ ການຄຸ້ມຄອງຂໍ້ມູນຂ່າວສານ ຜ່ານອິນເຕີ່ເນັທ ເລຂທີ 327 ທີ່ບັງຄັບໃຊ້ເມື່ອ ເດືອນກັນຍາ ປີ 2014 ເພື່ອຄວບຄຸມ ການໃຊ້ສື່ ອອນລາຍໃນລາວ ໂດຍສະເພາະ ແລະ ມີໄວ້ສຳລັບກວດກາ ແລະ ດຳເນີນການຕໍ່ ຜູ້ທີ່ວິພາກວິຈານຣັຖບານ ຜ່ານສື່ສັງຄົມອອນລາຍ.
ເຖິງຢ່າງໃດກໍຕາມ, ເມື່ອເດືອນກໍຣະກະດາ ປີກາຍນີ້ ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ກໍໄດ້ແຈ້ງການອອກມາເທື່ອນຶ່ງ ແລ້ວ. ແຕ່ອີງຕາມແຈ້ງການສບັບຫຼ້າສຸດ ເລຂທີ 252/ຖວທ ເມື່ອວັນທີ 17 ກັນຍາ 2020 ຜ່ານມານີ້, ພັດບໍ່ໄດ້ຣະບຸວ່າ ຜູ້ທີ່ເປັນເຈົ້າ ຂອງສື່ອອນລາຍໃນລາວ ຈະຕ້ອງເຂົ້າມາລົງທະບຽນກັບກົມສື່ມວນຊົນ, ກະຊວງຖແລງຂ່າວ, ວັທນະທັມ ແລະ ທ່ອງທ່ຽວ ໃນມື້ໃດ ແລະ ຈະສິ້ນສຸດວັນໝົດກຳນົດມື້ໃດ ແລະ ບໍ່ໄດ້ຣະບຸວ່າ ຖ້າຫາກຜູ້ທີ່ບໍ່ມາລົງທະບຽນ, ແຕ່ຍັງເຄື່ອນໄຫວຢູ່ນັ້ນ ຈະຖືກລົງໂທສແນວໃດ ແລະ ຫຼາຍໜ້ອຍປານໃດ. ພຽງແຕ່ຣະບຸວ່າ ຈະດຳເນີນຄດີ ຕາມຣະບຽບ ແລະ ກົດໝາຍ ຂອງທາງການລາວ.