ສະບາຍດີ ນ້ອງນັກຮຽນ ນັກສຶກສາ, ເບື່ອບໍ່ກັບການແກ້ໂຈດເລກ? ນັ່ງຮຽນໃນຫ້ອງກໍ່ເຫງົານອນ ເຮັດໃຫ້ເຂົ້າໃຈບໍ່ເຕັມທີ່ກັບບົດຮຽນ ຫຼື ຂັ້ນຕອນການແກ້ໂຈດເລກທີ່ອາຈານສອນ, ເມື່ອພົບເຈິະກັບໂຈດທີ່ແກ້ບໍ່ເປັນ ເຮັດໃຫ້ເກີດຄວາມກຽດຄ້ານຂຶ້ນມາທັນໃດ. ມື້ນີ້ພວກເຮົາມີແອັບດີໆ ມາແນະນຳ, ເປັນແອັບທີ່ຈະເຮັດໃຫ້ການຮຽນເລກຂອງນ້ອງໆ ເພື່ອນໆ ນັັ້ນງ່າຍຂຶ້ນ ພຽງແຕ່ໃຊ້ມືຖືທີ່ຢູ່ໃນມືນ້ອງໆ ນັ້ນລະ, ຢຸດພັກຈາກການໄຖແອັບໂຊຊ່ຽວ (Social media) ແລ້ວເອົາມາເປັນເຄື່ອງມືໃຊ້ເຂົ້າໃນການຮຽນຂອງນ້ອງໆ ກັນດີກວ່າ, ໂດຍແອັບດັ່ງກ່າວມີຊື່ວ່າ Photomath ສ່ວນວ່າຈະໃຊ້ງານແນວໃດ ໄດ້ຜົນແບບໃດ ເຮົານຳໄປເບິ່ງກັນເລີຍ. 

ຮູ້ຈັກກັບ Photomathເຄື່ອງມືທີ່ຈະເຮັດໃຫ້ທຸກຄົນຮ້ອງວ້າວ 

“Math Superpowers for Every Student” ເປັນຄຳຂວັນຂອງແອັບ Photomath ທີ່ອ້າງວ່າມີຄົນດາວໂຫຼດໄປແລ້ວຫຼາຍກວ່າ 100 ລ້ານຄັ້ງ ແລະ ມີການນຳໃຊ້ແອັບດັ່ງກ່າວໃນການແກ້ໂຈດເລກຫຼາຍກວ່າ 1000 ລ້ານຄັ້ງໃນແຕ່ລະເດືອນ. ຈາກການອ່ານສັບພະຄຸນຂອງແອັບທີ່ຜູ້ພັດທະນາອະທິບາຍໄວ້ ຖືວ່າເປັນອີກແອັບໜຶ່ງທີ່ຄວນຈະດາວໂຫຼດຕິດເຄື່ອງເອົາໄວ້ເປັນຢ່າງຍິ່ງ ເພາະຄວາມງ່າຍໃນການໃຊ້ງານ, ພຽງແຕ່ໃຊ້ກ້ອງມືຖືຖ່າຍໂຈດເລກ ແລ້ວແອັບຈະປະມວນຜົນ-ຄຳນວນຜົນອອກຂອງໂຈດນັ້ນ ພ້ອມທັງສາມາດກວດສອບຂັ້ນຕອນການແກ້ໂຈດດັ່ງກ່າວໄດ້ອີກດ້ວຍ. ຜູ້ພັດທະນາ ບອກວ່າສາມາດແກ້ໂຈດເລກພື້ນຖານແບບງ່າຍໆ ໄປຈົນເຖິງເລກທີ່ມີຄວາມຊັບຊ້ອນ ບໍ່ວ່າຈະເປັນການ ບວກ, ລົບ, ຄູນ, ຫານ ພື້ນໆ, ສົມຜົນ, ໄຕມຸມມິຕິ (Sin, Cos …) ຫຼື ແມ່ນແຕ່ສັງຄະນິດກໍ່ສາມາດແກ້ໄດ້. ໃນໂຕແອັບ ຍັງມາພ້ອມກັບຈັກຄິດໄລ່ແບບວິທະຍາສາດ ໃຫ້ສາມາດໃຊ້ງານໄດ້ຢ່າງສະດວກ, ບໍ່ຈຳເປັນຕ້ອງໄດ້ຖືຈັກຄິດໄລ່ໃຫ້ໜັກອີກຕໍ່ໄປ. ເຫັນຄວາມສາມາດຂອງມັນແລ້ວ ຫຼາຍໆ ຄົນຄົງຢາກຈະຮູ້ວ່າມັນສາມາດໃຊ້ໄດ້ແທ້ຕາມໂຄສະນາ ຫຼື ບໍ່, ດຽວເຮົາມາຫາຄຳຕອບນຳກັນ. 

ຂັ້ນຕອນການໃຊ້ງານ 

ກ່ອນອື່ນໝົດ ດາວໂຫຼດ Android | iOS ມາຕິດຕັ້ງໄດ້ແບບຟຣີໆ (ມີເວີຊັນເສຍເງິນ ທີ່ຈະເພີ່ມຄຸນສົມບັດອະທິບາຍຂັ້ນຕອນການແກ້ໂຈດເລກດ້ວຍເອນິເມຊັນງາມໆ ຫຼື ສາມາດທົດລອງໃຊ້ຕົວເສຍເງິນໃນເວລາຈຳກັດກໍ່ໄດ້ເຊັ່ນກັນ ແຕ່ໃນຕົວຢ່າງນີ້ຂໍໃຊ້ຕົວຟຣີປົກກະຕິໄປກ່ອນ ເຊິ່ງສາມາດແກ້ໂຈດເລກ ແລະ ກວດເບິ່ງຂັ້ນຕອນການແກ້ໂຈດໄດ້ເຊັ່ນກັນ). ເມື່ອກົດເຂົ້າໄປໃນແອັບຄັ້ງທຳອິດກໍ່ຈະມີໜ້າໃຫ້ເລືອກພາສາ (ປ.ລ. ມີພາສາໄທນຳເດີ້ ແຕ່ໃນບົດຄວາມນີ້ຂໍ້ເລືອກເປັນພາສາອັງກິດ) ຈາກນັ້ນກໍ່ຈະເປັນໜ້າແນະນຳວິທີການໃຊ້ງານ, ສອບຖາມອາຍຸຜູ້ໃຊ້, ອາຊີບ ແລະ ຂໍສິດ (Permission) ເຂົ້າເຖິງກ້ອງຖ່າຍຮູບ (ເພື່ອໃຊ້ເຂົ້າໃນການຖ່າຍໂຈດເລກ) ກໍ່ກົດອະນຸຍາດ (Allow) ໄປຕາມນັ້ນ ບໍ່ມີຫຍັງຍາກ ກົດໆ ເລື່ອນໆ. ສ່ວນວິທີການໃຊ້ງານກໍ່ງ່າຍໆ ພຽງໃຊ້ມືຖືຖ່າຍໄປທີ່ໂຈດ ຫຼັງຈາກແອັບປະມວນຜົນແລ້ວຈະມີຄຳຕອບສະແດງອອກມາ, ຫາກຕ້ອງການເບິ່ງລາຍລະອຽດ ຂັ້ນຕອນການແກ້ໂຈດກໍ່ສາມາດກົດເບິ່ງໄດ້ ເຊັ່ນ:


ຜ່ານການທົດລອງໃຊ້ງານກັບໂຈດເລກປະເພດຕ່າງໆ ກໍ່ສາມາດສະແດງຜົນໄດ້ຂ້ອນຂ້າງໄວສົມຄວນ ທັງເວລາຕໍ່ອິນເຕີເນັດ ຫຼື ບໍ່ມີອິນເຕີເນັດ. ໃຜທີ່ລອງແລ້ວເປັນແນວໃດກໍ່ຝາກຄອມເມັນເອົາໄວ້ດ້ານລຸ່ມບົດຄວາມໄດ້ເລີຍ. 

ຄຳເຕືອນ 

ການທີ່ມີແອັບຊ່ວຍໃນການຮຽນຮູ້ ກໍ່ບໍ່ແມ່ນວ່າຈະເອື່ີອຍອີງໃສ່ແຕ່ເຄື່ອງມືດັ່ງກ່າວ, ແອັບ ເປັນພຽງສິ່ງທີ່ອຳນວຍຄວາມສະດວກໃນການກວດສອບຄວາມຖືກຕ້ອງ ຫຼື ໃຊ້ເພື່ອເສີມສ້າງຄວາມເຂົ້າໃຈໃນບົດຮຽນ, ທ້າຍທີ່ສຸດແລ້ວ ການຮຽນຮູ້ດ້ວຍການລົງມືເຮັດ ຈະເປັນການດີທີ່ສຸດ, ລອງຜິດລອງຖືກ ດ້ວຍຕົນເອງ ຫາກມີບົດຝຶກຫັດ ຫຼື ວຽກບ້ານ ກໍ່ໃຫ້ໃຊ້ຄວາມເຂົ້າໃຈຂອງຕົນເອງທີ່ຮຽນມາ ທົດລອງແກ້ໂຈດໄປກ່ອນ ຫາກມີຂໍ້ໃດທີ່ບໍ່ແນ່ໃຈ ຫຼື ແກ້ບໍ່ໄດ້ແທ້ ຈຶ່ງໃຊ້ແອັບດັ່ງກ່າວເພື່ອກວດສອບຄວາມຖືກຕ້ອງ. ເພາະຫາກຈົດກ່າຍເອົາພຽງຄຳຕອບ ຫຼື ຂັ້ນຕອນ, ສຸດທ້າຍແລ້ວ ເມື່ອນ້ອງໆ ບໍ່ມີແອັບຈະບໍ່ເຂົ້າໃຈ ຫຼື ບໍ່ສາມາດແກ້ໂຈດນັ້ນໆ ໄດ້ເລີຍ (ແນ່ນອນວ່າເວລາສອບເສັງ ອາຈານຄົງຈະບໍ່ອະນຸຍາດໃຫ້ນຳໃຊ້ມືຖື) ເພາະຈຸດປະສົງຂອງແອັບດັ່ງກ່າວ ເປັນພຽງການສ້າງເຄື່ອງມືເພື່ອຊ່ວຍໃນການຮຽນຮູ້ໃຫ້ງ່າຍ ແລະ ສະດວກຂຶ້ນເທົ່ານັ້ນ. ແນະນຳດ້ວຍຄວາມຫວັງດີ ຈາກອະດີດນັກຮຽນທີ່ເຄີຍຜ່ານຈຸດນັ້ນມາກ່ອນພະຍາຍາມຕັ້ງໃຈຮຽນຫຼາຍໆ ທຸກໆ ວິຊາພື້ນຖານສຳຄັນທັງໝົດ ບໍ່ສະເພາະເຈາະຈົງແຕ່ພຽງຄະນິດສາດ ເພາະຈະເປັນພື້ນຖານໃນການຮ່ຳຮຽນຂັ້ນຕໍ່ໄປ ຫຼ ແມ່ນແຕ່ກາຍເປັນທັກສະໃນການໃຊ້ຊີວິດໃນອະນາຄົດ ຫາກບໍ່ເຂົ້າໃຈຫຍັງໃຫ້ຖາມອາຈານອາຈານເພິ່ນພ້ອມທີ່ຈະອະທິບາຍ ແລະ ຖ່າຍທອດຄວາມຮູ້ໃຫ້ນັກຮຽນທຸກຄົນຢູ່ແລ້ວ ສູ້ໆ … 


ອ້າງອີງ: