ໃນປີ 2021 ສະມາດໂຟນຂອງ 'ຫົວເຫວີຍ' ອາດຈະບໍ່ໄດ້ໃຊ້ລະບົບປະຕິບັດການ 'ແອນດຣອຍ' ແລ້ວ

ໃນປີໜ້າ (2021) ຍັກໃຫຍ່ທາງດ້ານໂທລະຄົມມະນາຄົມຂອງຈີນອາດບໍ່ໄດ້ໃຊ້ລະບົບປະຕິບັດການແອນດຣອຍ (Android) ແລ້ວ ໂດຍກຽມພ້ອມນຳໃຊ້ລະບົບປະຕິບັດການທີ່ພັດທະນາຂຶ້ນມາໃນສະມາດໂຟນຂອງຕົນເອງ.

 ບໍລິສັດເຕັກໂນໂລຊີ ແລະ ຜູ້ຜະລິດສະມາດໂຟນລາຍໃຫຍ່ຂອງໂລກຈາກຈີນ ພ້ອມຮັບມືການເກືອດຫ້າມຂອງສະຫະລັດ ໂດຍປະກາດເປີດຕົວລະບົບປະຕິບັດການ "ຮາໂມນີໂອເອສ" (HarmonyOS) ເວີຊັນ 2 ເຊິ່ງບໍລິສັດພັດທະນາຂຶ້ນມາເອງ ເພື່ອຮັບມືກັບສະຖານະການທີ່ລັດຖະບານສະຫະລັດຫ້າມບໍ່ໃຫ້ໃຊ້ລະບົບປະຕິບັດການ Android ຈາກ Google.

ຜູ້ບໍລິການຝ່າຍຜູ້ບໍລິໂພກຂອງຫົວເຫວີຍ, ທ່ານ ຣິຊາດ ຢູ, ກ່າວໃນງານເປີດຕົວວ່າ ບໍລິສັດພະຍາຍາມຢ່າງເຕັມທີ່ເພື່ອພັດທະນາການໃຊ້ງານສະມາດໂຟນດ້ວຍລະບົບປະຕິບັດການທີ່ບໍລິສັດຄິດຄົ້ນ ແລະ ພັດທະນາຂຶ້ນມາດ້ວຍຕົວເອງ ໂດຍລະບຸວ່າ ຈະເລີ່ມຂາຍສະມາດໂຟນທີ່ໃຊ້ HarmonyOS ຕັ້ງແຕ່ຕົ້ນປີ 2021 ເປັນຕົ້ນໄປ.

ລາວກ່າວວ່າ ໃນປັດຈຸບັນ ລະບົບປະຕິບັດການຂອງຫົວເຫວີຍຮອງຮັບແອັບພລິເຄຊັນປະມານ 96,000 ແອັບ ເພີ່ມຂຶ້ນຈາກຕົວເລກ 60,000 ແອັບໃນເດືອນພຶດສະພາ 2020 ພ້ອມທັງມີຕົວເລກຜູ້ພັດທະນາແອັບເຂົ້າມາຮ່ວມຫຼາຍເຖິງ 1.8 ລ້ານລາຍແລ້ວ.

ໃນລະບົບປະຕິບັດການເວີຊັນໃໝ່ນີ້ ຫົວເຫວີຍຈະເປີດໂອກາດໃຫ້ຜູ້ພັດທະນາແອັບພລິເຄຊັນເຂົ້າໃຊ້ລະບົບປະຕິບັດການເວີຊັນທົດລອງສຳລັບອຸປະກອນສະມາດວັອດ (ໂມງອັດສະລິຍະ) ຫຼື ໂທລະພາບຕັ້ງແຕ່ວັນທີ 10 ກັນຍາ 2020 ລວມທັງຈະເປີດໃຫ້ຜູ້ພັດທະນາໃຊ້ລະບົບປະຕິບັດການເພື່ອສ້າງແອັບພລິເຄຊັນຕ່າງໆໃນສະມາດໂຟນຫຼັງຈາກເດືອນທັນວ່າ 2020.


ຣິຊາດ ຢູ ຜູ້ບໍລິຫານຝ່າຍຜູ້ບໍລິໂພກຂອງຫົວເຫວີຍ

ທັງນີ້ ຮອງປະທານສະຖາບັນວິໄຈໄອດີຊີ (IDC), ທ່ານ ໄບຣອັນ ໝ່າ, ກ່າວວ່າ ການເປີດຕົວລະບົບປະຕິບັດການໃໝ່ນີ້ອາດຈະດຶງດູດຄວາມສົນໃຈຈາກຜູ້ຜະລິດໄດ້ແດ່ໃນແງ່ຂອງການເປັນແຜນສຳຮອງຖ້າສິນຄ້າຂອງບໍລິສັດຕົນເອງຖືກສະຫະລັດເກືອດຫ້າມເຊັ່ນດຽວກັນ, ແຕ່ຍັງເຊື່ອໄດ້ວ່າ ຫຼາຍຝ່າຍຍັງຄົງບໍ່ຢາກຮ່ວມງານກັບຫົວເຫວີຍພໍປານໃດ.

ລຳດັບເຫດການຫົວເຫວີຍຖືກເກືອດຫ້າມ (banned)

  • ຄວາມຂັດແຍ່ງ ແລະ ການກີດກັນຫົວເຫວີຍໃນການເຈາະຕະຫຼາດສະຫະລັດລວມທັງຕະຫຼາດໂລກເລີ່ມຂຶ້ນໃນໄລຍະຕົ້ນປີ 2018 ໃນໄລຍະເດືອນກຸມພາ ເຊິ່ງຕອນນັ້ນ ຄຣິສ ເຣ ຜູ້ອຳນວຍການສຳນັກງານສືບສວນກາງແຫ່ງສະຫະລັດອາເມລິກາ (FBI) ອອກມາຕັ້ງຂໍ້ສັງເກດ ແລະ ສະແດງຄວາມກັງວົນຕໍ່ຄະນະກຳມະການນິຕິບັນຍັດຂອງສະຫະລັດຕໍ່ປະເດັນການຈັດຊື້ອຸປະກອນຈາກຫົວເຫວີຍ ແລະ ZTE.
  • ກະແສຕັ້ງຂໍ້ສົງໄສຕໍ່ຄວາມໂປ່ງໃສຂອງບໍລິສັດໂທລະຄົມມະນາຄົມມີຂຶ້ນຢ່າງຕໍ່ເນື່ອງ ຈົນຮອດວັນທີ 15 ພຶດສະພາ 2019, ໂດນັລ ທຣຳ ປະທານາທິບໍດີຂອງສະຫະລັດ ໄດ້ລົງນາມໃນຄຳສັ່ງພິເສດ ເຊິ່ງມີຜົນໃຫ້ເກືອດຫ້າມການຊື້ຂາຍສິນຄ້າກັບບໍລິສັດໂທລະຄົມມະນາຄົມລາຍໃຫຍ່ຈາກຈີນ.
  • ໃຈຄວາມຕອນໜຶ່ງຂອງຄຳສັ່ງພິເສດດັ່ງກ່າວລະບຸວ່າ, ທຣຳ ໃນຖານະປະທານາທິບໍດີຂອງສະຫະລັດ ພົບວ່າ "ສັດຕູຂອງຊາດ" ກຳລັງໃຊ້ຊ່ອງຫວ່າງ ແລະ ຈຸດອ່ອນທາງດ້ານເຕັກໂນໂລຊີຂໍ້ມູນ ແລະ ການສື່ສານເຂົ້າມາກະທຳການມຸ່ງຮ້າຍຕໍ່ປະເທດເຊັ່ນ: ການໂຈນລະກຳທາງເສດຖະກິດ ແລະ ອຸດສາຫະກຳ ທັງຕໍ່ປະເທດ ແລະ ປະຊາຊົນ. ດ້ວຍເຫດນີ້ ເຖິງວ່າສະຫະລັດ ຈະເປັນປະເທດທີ່ເປີດໃຫ້ມີການລົງທຶນຢ່າງເສລີ ແຕ່ຄວາມເປີດກວ້າງດັ່ງກ່າວກໍຕ້ອງຕັ້ງຢູ່ເທິງຄວາມສົມດຸນ ແລະ ການປົກປ້ອງຄວາມປອດໄພຂອງປະເທດ.
  • ບໍ່ດົນຫຼັງຈາກມີການປະກາດດັ່ງກ່າວ, Google ບໍລິສັດເຈົ້າຂອງລະບົບປະຕິບັດການ Android ໄດ້ອອກມາປະກາດຢຸດຕິການຮ່ວມມືໃນອະນາຄົດກັບຫົວເຫວີຍ ເຖິງວ່າຈະຊີ້ວ່າລະບົບປະຕິບັດການຕ່າງໆທີ່ມີຢູ່ໃນສະມາດໂຟນຂອງຫົວເຫວີຍໃນປັດຈຸບັນຈະບໍ່ໄດ້ຮັບຜົນກະທົບກໍຕາມ.
  • ເພື່ອຫາທາງລອດໃຫ້ຕົວເອງ, ໃນເດືອນສິງຫາ 2019 ຫົວເຫວີຍໄດ້ເປີດຕົວລະບົບປະຕິບັດການ HarmonyOS ເວີຊັນທຳອິດ ໃນງານປະຊຸມຜູ້ພັດທະນາຂອງບໍລິສັດ ຫຼື Huawei Developer Conference (HDC) ເຊິ່ງ ຣິຊາດ ຢູ ຢໍ້າໃນຕອນນັ້ນວ່າ "ຮາໂມນີ" ພ້ອມນຳມາໃຊ້ງານໃນສະມາດໂຟນແລ້ວ. ແຕ່ເພື່ອຄຳນຶງເຖິງຄວາມຮ່ວມມື ແລະ ລະບົບນິເວດການພັດທະນາແອັບພລິເຄຊັນ, ບໍລິສັດຈະຍັງບໍ່ນຳລະບົບປະຕິບັດການດັ່ງກ່າວມາໃຊ້ເທື່ອ.

ອ້າງອີງ: