A device that process input and generates output” — ເປັນຄຳຈຳກັດຄວາມຂອງທີ່ເຂົ້າໃຈງ່າຍທີ່ສຸດ (ມະຫາວິທະຍາໄລລັດມິຊິແກນ - Michigan State University) 

ຄອມພິວເຕີ (Computer) ເປັນສິ່ງອຳນວຍຄວາມສະດວກໃຫ້ແກ່ການໃຊ້ຊີວິດ, ການຮຽນ, ການເຮັດວຽກ ແລະ ອື່ນໆ ອີກຫລາຍຢ່າງ, ເປັນອຸປະກອນເອເລັກໂຕຣນິກທີ່ຂັບເຄື່ອນໂລກໃນປັດຈຸບັນ. ທຸກຄົນຄົງຮູ້ຈັກຄອມພິວເຕີກັນດີ ແຕ່ຈະມີຈັກຄົນທີ່ຮູ້ຈັກປະຫວັດຄວາມເປັນມາຂອງຄອມພິວເຕີ ວ່າເກີດຂຶ້ນມາໄດ້ແນວໃດ? ສ້າງຂຶ້ນມາເພື່ອຈຸດປະສົງຫຍັງ? ການພັດທະນາໃນອະດີດ ແລະ ທ່າອ່ຽງຂອງຄອມພິວເຕີໃນອະນາຄົດຈະເປັນແນວໃດ? ຫລາກຫລາຍຄຳຖາມທີ່ຈະສາມາດຫາຄຳຕອບໄດ້ຈາກບົດຄວາມນີ້. 

Computer history - ທີ່ມາຂອງຄອມພິວເຕີ 

ຄອມພິວເຕີຖືກຄົນເຮົາໃຊ້ເຂົ້າໃນການຄຳນວນມາເປັນພັນໆປີ ມີຕົ້ນກຳເນີດມາຈາກລູກຄິດ (Abacus) ເປັນອຸປະກອນຊ່ວຍໃນການຄຳນວນຕົວເລກ ທີ່ມີມາແຕ່ສະໄໝບູຮານ ຫລື ປະມານ 2400 ປີກ່ອນ ຄສ, ແຕ່ເຮົາຄົງຈະບໍ່ກັບໄປໄກຂະໜາດນັ້ນເນາະ. ຂໍເລົ່າແບບສັ້ນໆ, ວ໊າບ ມາສັດຕະວັດທີ່ 19 ກັນເລີຍ, ປີ 1822 ນັກຄະນິດສາດຊາວອັງກິດ (Charles Babage) ໄດ້ສ້າງເຄື່ອງມືຄຳນວນທາງຄະນິດສາດຊື່ວ່າ (Differential Engine) ແລະ ກາຍເປັນຄອມພິວເຕີເຄື່ອງທຳອິດຂອງໂລກ (ອາດຈະເຮັດວຽກຫຍັງບໍ່ໄດ້ຫລາຍ ແຕ່ກໍ່ເປັນກ້າວສຳຄັນທີ່ເປັນພື້ນຖານສຳລັບສາຍງານທາງດ້ານຄອມພິວເຕີ ທີ່ເປັນສິ່ງສຳເປັນໃນຍຸກໂລກາພິວັດ). ຈາກນັ້ນກໍ່ມີນັກວິທະຍາສາດອີກຫລາຍໆ ທ່ານ ຫລາຍໆ ຮຸ່ນ ທີ່ພະຍາຍາມພັດທະນາຄອມພິວເຕີຮູບແບບຕ່າງໆ ຈົນເຖິງຊຸມປີ 1930 ຈຶ່ງເກີດມີຄອມພິວເຕີທີ່ໃຊ້ຫລອດສູນຍາກາດໃນການເຊື່ອມຕໍ່ລະຫວ່າງແຜງວົງຈອນ. ເຊັ່ນເຄີຍ ເມື່ອເຕັກໂນໂລຊີເດີມໃຊ້ງານບໍ່ໄດ້ດີເທົ່າທີ່ຄວນ ກໍ່ເກີດມີການພັດທະນາເຕັກໂນໂລຊີໃໝ່ໆ ຂຶ້ນມາແທນ, ຄອມພິວເຕີລຸ້ນທວດທີ່ໃຊ້ຫລອດສູນຍາກາດ ທີ່ມັກຂາດເລື້ອຍໆ ກໍ່ຖືກແທນທີ່ດ້ວຍລະບົບ Transistor ແລະ ພັດທະນາຕໍ່ມາເປັນຊິບແບບ Integrated Circuit (ເປັນການລວມກັນຂອງ Transistor, Resistor ແລະ Capacitor ທີ່ເມື່ອກ່ອນຕ້ອງແຍກກັນຢູ່ແຍກກັນເຮັດວຽກ) ເຊິ່ງສຸດທ້າຍກໍ່ຖືກພັດທະນາກາຍມາເປັນຊິບປະມວນຜົນ (Microprocessor) ທີ່ມີທຸກຢ່າງໃນຕົວເອງ ແລະ ສາມາດເຮັດວຽກໄດ້ໃນຕົວມັນເອງ ຈົນກາຍມາເປັນພື້ນຖານຂອງຄອມພິວເຕີໃນຍຸກປັດຈຸບັນ. ເມື່ອເຕັກໂນໂລຊີຊິບປະມວນຜົນເກີດຂຶ້ນ ເຮັດໃຫ້ກາຍເປັນຍຸກເຟື່ອງຟູຂອງວົງການຄອມພິວເຕີ, ຈາກເມື່ອກ່ອນທີ່ຈະຜະລິດໃຫ້ແກ່ສຳນັກງານ ອົງການໃຫຍ່ໆ ໃຊ້ງານ ເລີ່ມເກີດມີການຜະລິດຄອມພິວເຕີສ່ວນບຸກຄົນ (PC - Personal Computer) ອອກມາຂາຍໃນລາຄາທີ່ຈັບຕ້ອງໄດ້ ໂດຍບໍລິສັດຕ່າງໆ ເຊັ່ນ: IBM, HP, Apple ເປັນຕົ້ນ, ຈົນປັດຈຸບັນ ເຕັກໂນໂລຊີການຜະລິດຊິບປະມວນຜົນພັດທະນາມາໄກ ສາມາດຜະລິດຊິບທີ່ມີຂະໜາດນາໂນແມັດ (Nanometer) ແຕ່ຄວາມໄວລະດັບກິກກະເຮີດຊ໌ (Gigahertz) ເຮັດໃຫ້ສາມາດຜະລິດອຸປະກອນຂະໜາດນ້ອຍ ຫລື ຄອມພິວເຕີພົກພາຂະໜາດນ້ອຍ ທີ່ມີພະລັງປະມວນຜົນສູງ, ສາມາດເຮັດວຽກໄດ້ຫລາຍລ້ານຄຳສັ່ງພາຍໃນສ້ຽວວິນາທີ ແຕກຕ່າງຈາກຄອມພິວເຕີໃນເມື່ອກ່ອນປານຟ້າກັບດິນ ໃນນັ້ນກໍ່ລວມເຖິງແທັບເລັດ (Tablet) ແລະ ມືຖື (Smartphone) ທີ່ຫລາຍໆ ຄົນຖືຢູ່ໃນມືຕອນນີ້.

Computer in the future world - ຄອມພິວເຕີໃນອະນາຄົດ 

ຖ້ານັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ຄອມພິວເຕີໄດ້ຮັບການພັດທະນາມາໄກຫລາຍ, ຈາກເຄື່ອງຄອມພິວເຕີທີ່ມີຂະໜາດໃຫຍ່ເທົ່າຫ້ອງ ເຮັດຫຍັງບໍ່ໄດ້ຫລາຍ ຈົນກາຍມາເປັນຄອມພິວເຕີຂະໜາດຂະໜາດເທົ່າຝາມື ແລະ ສາມາດເຮັດໄດ້ທຸກຢ່າງ (ຍັງແຕ່ບໍ່ສາມາດໃຊ້ໃຫ້ໄປຊື້ຊານົມໄຂ່ມຸກເທົ່ານັ້ນລະ ຮ່າໆ). ຈາກຍຸກຫີນທີ່ນັ່ງດີດລູກຄິດ ກາຍເປັນນັ່ງເຂ່ຍໜ້າຈໍໃນຍຸກດິຈິຕອນ (Digital), ຈາກນີ້ໄປ ອະນາຄົດຂອງຄອມພິວເຕີຈະມຸ່ງໄປທາງດ້ານການປະມວນຜົນລະດັບຄວາມໄວແສງ ເພື່ອຮອງຮັບການເຮັດວຽກທາງດ້ານ AI ແລະ ອື່ນໆ, ເຖິງແມ່ນວ່າທຸກມື້ນີ້ ຈະມີຄອມພິວເຕີພະລັງປະມວນສູງ (Super computer) ແຕ່ກໍ່ຍັງມີຂໍ້ຈຳກັດໃນການເຮັດວຽກບາງດ້ານ ນັກວິທະຍາສາດ ແລະ ບໍລິສັດຊັ້ນນຳທາງດ້ານເຕັກໂນໂລຊີທັງຫລາຍທົ່ວໂລກ ກຳລັງສຶກສາ ພັດທະນາຄອມພິວເຕີໃນຍຸກຖັດໄປ, ຄວນຕ້ຳຄອມພິວເຕີ (Quantum computer) ແມ່ນແລ້ວ, ຟັງບໍ່ຜິດ Quantum computer ເປັນຫລັກໄຊອັນໃໝ່ສຳລັບວົງການວິທະຍາສາດຄອມພິວເຕີ ເຖິງແມ່ນວ່າມີບາງບໍລິສັດອ້າງວ່າພັດທະນາຈົນສາມາດໃຊ້ງານໄດ້ແລ້ວ ແຕ່ກໍ່ຍັງຕ້ອງໄດ້ຮັບການພັດທະນາຕໍ່ອີກຫລາຍ ຈົນກວ່າຈະສາມາດໃຊ້ງານໄດ້ຈິງ. ຫາກສົງໄສກັນວ່າຈະເອົາພະລັງປະມວນຜົນຂະໜາດນັ້ນໄປເຮັດຫຍັງ ກໍ່ຕ້ອງບອກວ່າວຽກງານສະເພາະດ້ານຫລາຍຢ່າງຍັງຈຳເປັນຕ້ອງໃຊ້ພະລັງປະມວນຜົນສູງກວ່າປົກກະຕິ ບໍ່ວ່າຈະເປັນການຄຳນວນທາງດ້ານເຄມີ, ຊີວະ, ຟີຊິກຂັ້ນສູງ ເພື່ອສ້າງສັນສູດຢາຊະນິດໃໝ່, ຄົ້ນຫາຈັກກະວານອື່ນໆ, ວິໄຈທາງດ້ານພະລັງງານ ແລະ ອື່ນໆ ທີ່ຈະເຮັດໃຫ້ມະນຸດໂລກເຮົາໄດ້ປະໂຫຍດຈາກເຕັກໂນໂລຊີສູງສຸດນັ້ນເອງ (ສ່ວນໂຕຢາກໄດ້ມາໄວ້ເບິ່ງ Youtube, ໄຖ Twitter, ເຂ່ຍ Facebook ແລະ ຂຽນບົດຄວາມໃຫ້ເພື່ອນໆ ອ່ານກັນ ຮ່າໆ ຢອກໆ). ໃຜສົນໃຈທາງດ້ານນີ້ ກໍ່ແນະນຳໃຫ້ເລີ່ມສຶກສາໄປແຕ່ເນີ້ນໆ ເລີຍ, ຈະໄດ້ໄປໄວກວ່າຄົນອື່ນ ຢາກອ່ານຂ່າວນັກວິສະວະຄອມສັນຊາດລາວສ້າງຄອມພິວເຕີ Quantum ສຳເລັດ ອູ້…ຂົນລຸກ, ຈັ່ງໃດກະສູ້ໆ ເດີ້ທຸກຄົນ ເອົາໃຈຊ່ວຍ. 

ເປັນແນວໃດ ໃຜທັນຍຸກໃດກັນແດ່ກັບປະຫວັດຄວາມເປັນມາຂອງຄອມພິວເຕີແບບຫຍໍ້ໆ ກະທັດຮັດ, ໃຜຫາກສົນໃຈຊ່ວງໃດ ຢາກໃຫ້ລົງລາຍລະອຽດດ້ານໃດເພີ່ມເຕີມ ສາມາດຝາກຄຳຄິດເຫັນໄວ້ໄດ້ເລີຍດ້ານລຸ່ມເລີຍ ສຳລັບບົດນີ້ຂໍຈົບພຽງເທົ່ານີ້ກ່ອນ ໄວ້ຈະຫາສາລະດີໆ ມາເລົ່າສູ່ກັນຟັງໃໝ່ ລໍຖ້າຕິດຕາມກັນ ບ໊າຍ… 


ອ້າງອີງ: