ເຄັດລັບຂັ້ນເທບ ໃຊ້ Google Search ຄົ້ນຫາຫຍັງກໍພົບໄດ້ດັ່ງໃຈຕ້ອງການ



ການທີ່ຈະບອກວ່າອິນເຕີເນັດເຮັດໃຫ້ຄົນເຮົາສະຫຼາດຂຶ້ນ ກໍ່ຄົງຈະບໍ່ເກີນຄວາມຈິງພໍເທົ່າໃດ, ເພາະສາມາດຄົ້ນຫາເກືອບທຸກຢ່າງໄດ້ຈາກອິນເຕີເນັດເລີຍກໍ່ວ່າໄດ້ ຍິ່ງປັດຈຸບັນທີ່ເຕັກໂນໂລຊີກ້າວກະໂດດ ລະບົບຄອມພິວເຕີສາມາດຄິດ, ປັບປຸງ-ພັດທະນາ ແລະ ເຮັດວຽກໄດ້ດ້ວຍຕົວເອງ ການຈະຄົ້ນຫາສິ່ງໃດໜຶ່ງກໍ່ບໍ່ແມ່ນເລື່ອງຍາກອີກຕໍ່ໄປ. ຄົງປະຕິເສດບໍ່ໄດ້ວ່າຜູ້ອ່ານເຮົາ ຕ້ອງເຄີຍໃຊ້ງານ Search Engine (ເຄື່ອງມືຄົ້ນຫາ) ຈາກຍັກໃຫຍ່ແຫ່ງວົງການໄອທີຢ່າງ  ແລະ ເຊື່ອວ່າຫຼາຍໆ ຄົນຍັງຖືເອົາ google.com ເປັນເວັບຫຼັກທີ່ຕ້ອງເປີດ ເມື່ອຕ້ອງການຄົ້ນຫາສິ່ງໃດໜຶ່ງ, ເຖິງແມ່ນວ່າຈະຕ້ອງແລກມາກັບຂໍ້ມູນສ່ວນຕົວທີ່ Google ເກັບໄວ້ (ແນ່ນອນລະວ່າຂອງຟຣີບໍ່ມີໃນໂລກ, ຢາກຮູ້ວ່າ Google ເກັບຂໍ້ມູນຫຍັງເຮົາແນ່ ແລ້ວຈະປ້ອງກັນແນວໃດ ອ່ານໄດ້ຈາກບົດຄວາມ Google ທີ່ວ່າໃຊ້ງານຟຣີ ຫຼື ມີຫຍັງທີ່ຕ້ອງແລກ). ເຖິງແນວໃດກໍ່ຕາມ ໃນຄວາມຄິດເຫັນສ່ວນຕົວ, ພວກເຮົາຍັງຄົງຕ້ອງເພິ່ງພາບໍລິການ Search Engine ດັ່ງກ່າວໄປອີກດົນ ມັນຄົງຈະດີບໍ່ໜ້ອຍທີ່ຈະຮູ້ຈັກເຕັກນິກ ຫຼື ວິທີການຄົ້ນຫາຂໍ້ມູນໃນອິນເຕີເນັດໃຫ້ກົງກັບສິ່ງທີ່ເຮົາຕ້ອງການ ເພື່ອປະຢັດເວລາ ແລະ ຄ່າເນັດອັນແສນແພງ. ໃນບົດຄວາມນີ້ ເລີຍຈະພາມາຮູ້ຈັກກັບ Tips/Tricks ໃນການສືບຄົ້ນຂໍ້ມູນຈາກອິນເຕີເນັດ ທີ່ຈະເຮັດໃຫ້ເພື່ອນໆ ໃຊ້ງານ Google ໄດ້ຢ່າງເພີດເພີນ. 

Search Engine ເຮັດວຽກແນວໃດ? 

ກ່ອນຈະຮູ້ຈັກເຕັກນິກທີ່ກ່າວໄວ້ຂ້າງເທິງ ເຮົາມາຮຽນຮູ້ການເຮັດວຽກຂອງ Search Engine ກັນກ່ອນວ່າມັນມີຂັ້ນຕອນການເຮັດວຽກຄືແນວໃດ? Search Engine ເປັນເຄື່ອງມືທີ່ໃຊ້ສືບຄົ້ນ ຫຼື ຄົ້ນຫາຂໍ້ມູນຈາກຖານຂໍ້ມູນທີ່ກະຈາຍຢູ່ທົ່ວໂລກ ຜ່ານເຄືອຂ່າຍເຊື່ອມໂຍງອິນເຕີເນັດທີ່ມີຂໍ້ມູນມະຫາສານ. ຈາກຄຳຄົ້ນ (Key word) ໜຶ່ງໆ ທີ່ຕ້ອງການຄົ້ນຫາ, Search Engine ຕ້ອງສືບຄົ້ນຈາກລ້ານໆ ໜ້າເວັບ ແລະ ມັນຄົງຈະເປັນໄປບໍ່ໄດ້ທີ່ຈະສາມາດຄົ້ນຫາສິ່ງທີ່ຕ້ອງການ ຫາກບໍ່ມີການຄັດຈ້ອນສິ່ງທີ່ບໍ່ກ່ຽວຂ້ອງອອກໄປ. ສຳລັບ Google ຈະມີເຄື່ອງມືຊ່ວຍກັ່ນຕອງສິ່ງທີ່ບໍ່ກ່ຽວຂ້ອງກັບຄຳຄົ້ນອອກໄປ ເຮັດໃຫ້ສາມາດສະແດງຜົນຄົ້ນຫາໄດ້ກົງກັບຄວາມຕ້ອງການຂອງຜູ້ໃຊ້. ໂດຍເບື້ອງຫຼັງການເຮັດວຽກແມ່ນເລີ່ມຈາກ Crawler (ເຄື່ອງມືທີ່ສືບຄົ້ນໜ້າເວັບທີ່ Google ເອີ້ນ) ຈະເຂົ້າໄປຫາເວັບໄຊຕ່າງໆ ທົ່ວໂລກ ທັງທີ່ເກີດຂຶ້ນໃໝ່ ແລະ ໜ້າເວັບທີ່ມີການປ່ຽນແປງຂໍ້ມູນ ໂດຍໃຊ້ລິ້ງເຊື່ອມໂຍງພາຍໃນເວັບ ເພື່ອເຊື່ອມໂຍງໄປຫາໜ້າເວັບອື່ນ, ເພື່ອກວດສອບຄວາມຖີ່ ທີ່ລິ້ງດັ່ງກ່າວຖືກເອີ້ນໃຊ້ ຫຼື ຖືກອ້າງອີງຈາກເວັບໄຊອື່ນ ແລ້ວເກັບເປັນລົງໃນຖານຂໍ້ມູນ ເພື່ອໃຊ້ຈັດອັນດັບຜົນການຄົ້ນຫາ (ສະເພາະໄຟລ໌ທີ່ເກັບ Index ຂອງ Google ມີຂະໜາດໃຫຍ່ກວ່າ 100 ລ້ານ GB, ບອກເລີຍວ່າໃຫຍ່ມະຫຶມາ). ເມື່ອມີຖານຂໍ້ມູນຂອງເວັບທົ່ວໂລກ Google ຈະໃຊ້ຖານຂໍ້ມູນດັດຊະນີ (Index) ດັ່ງກ່າວໃນການກັ່ນຕອງ ເພື່ອໃຫ້ກົງກັບຄຳຄົ້ນດ້ວຍ Algorithms ສະເພາະ (ຄວາມລັບທາງການຄ້າຂອງ Google) ແລະ ສະແດງຜົນຄົ້ນຫາທີ່ກ່ຽວຂ້ອງໃນຮູບແບບຕ່າງໆ ເຊັ່ນ: ຮູບພາບ, ແຜນທີ, ວີດີໂອ, ປຶ້ມ, ຂ່າວ, ວາລະສານທາງການວິໄຈ ເປັນຕົ້ນ. Algorithms ທີ່ວ່ານັ້ນຖືກພັດທະນາຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດຄາດເດົາສິ່ງທີ່ຜູ້ໃຊ້ຕ້ອງການ ໂດຍການຝຶກດ້ວຍ Machine learning, AI (ໃຜຍັງບໍ່ຮູ້ຈັກ AI ແມ່ນຫຍັງ ກົດອ່ານເລີຍ) ແລະ ຂໍ້ມູນຕ່າງໆ ທີ່ເກັບຈາກຜູ້ໃຊ້ງານ ເຊັ່ນ: ເປັນຄົນປະເທດໃດ, ໃຊ້ພາສາຫຍັງ, ອາຍຸເທົ່າໃດ, ສົນໃຈເລື່ອງຫຍັງ ແລະ ມີປະຫວັດການຄົ້ນຫາກ່ຽວກັບຫຍັງ ເປັນຕົ້ນ.

ດ້ວຍຂໍ້ມູນມະຫາສານທີ່ Google ຖືຄອງຢູ່ ເຮັດໃຫ້ສາມາດຝຶກ Algorithms ໃຫ້ສາມາດເດົາສິ່ງທີ່ເຮົາຕ້ອງການຄົ້ນຫາໄດ້ຢ່າງຖືກຕ້ອງ ຫຼື ໃກ້ຄຽງທີ່ສຸດ, Google ອ້າງວ່າລະບົບສາມາດເດົາສິ່ງທີ່ເຮົາຕ້ອງການ ກ່ອນທີ່ເຮົາຈະພິມຄຳຄົ້ນຄົບຖ້ວນດ້ວຍຊ້ຳໄປ (ຄວນຈະດີໃຈ ຫຼື ເສຍໃຈດີນໍ? ທີ່ຍັງບໍ່ທັນໄດ້ຄົ້ນຫາສິ່ງທີ່ສົນໃຈ ແຕ່ຖືກດັກຟັງ ແລະ ແລ້ວໂຄສະນາກໍ່ເດັ່ງມາບໍ່ຢຸດ, ແມ້… Google ໝໍດູແຫ່ງໂລກໄຊເບີ ຕົບມືໃຫ້ລົວໆ). ສ່ວນເລື່ອງການຈັດອັນດັບການຄົ້ນຫາ (ລຳດັບທີ່ສະແດງໃນໜ້າຄົ້ນຫາ) Google ອ້າງວ່າຈະອີງຈາກການຈັດອັນດັບຄະແນນ ໂດຍບໍ່ມີການຈ່າຍເງິນຊື້ອັນດັບການຄົ້ນຫາຢ່າງແນ່ນອນ (Google ຈະຂາຍສະເພາະໂຄສະນາ ແລະ ຕິດປ້າຍກຳກັບວ່າເປັນລິ້ງໂຄສະນາ), ສ່ວນການຈັດອັນດັບຄະແນນ Google ກໍ່ອີງໃສ່ຫຼາຍເງື່ອນໄຂ ເຊັ່ນ: ໂຄງສ້າງເວັບໄຊ (ຄວາມໄວໃນການໂຫຼດໜ້າເວັບ), ຄວາມເກົ່າແກ່ຂອງເວັບໄຊ, ຈຳນວນ Key word ໃນໜ້າເວັບ, ຈຳນວນການອ້າງອີງຈາກເວັບອື່ນໆ (ຈະມີນ້ຳໜັກທີ່ສຸດ) ຫາກເວັບໄຊຖືກອ້າງອີງຈາກເວັບອື່ນຫຼາຍເທົ່າໃດ ກໍ່ຍິ່ງມີຄະແນນສູງ ແລະ ສົ່ງຜົນເຮັດໃຫ້ອັນດັບຂອງເວັບດັ່ງກ່າວສະແດງໃນອັນດັບຕົ້ນໆ. ໃຜສົນໃຈເລື່ອງການສ້າງເວັບໄຊໃຫ້ຕິດອັນດັບຜົນການຄົ້ນຫາຂອງ Google ກໍ່ລອງສຶກສາເບິ່ງ ມັນຍັງມີອີກຫຼາຍໆ ເງື່ອນໄຂໃນການໄຕ່ເຕົ້າອັນດັບຜົນການຄົ້ນຫາຂອງ Google, ເຮັດໄດ້ແລ້ວ ຢ່າລືມມາສອນກັນແນ່ ຮ່າໆ. 

Google tips and tricks 

ຍືດຍາວກັນພໍລະ ສຳລັບເລື່ອງເຕັກນິກ ວິຊາການ ຍິ່ງອ່ານ ຍິ່ງງົງ, ຕໍ່ໄປຈະພາເພື່ອນໆ ມາຮູ້ຈັກເຕັກນິກການຄົ້ນຫາຂໍ້ມູນໃຫ້ໄດ້ຮັບຜົນທີ່ຕ້ອງການ ເຮົາມາເບິ່ງນຳກັນວ່າມີເຕັກນິກດີໆ ຫຍັງແດ່? 

1. Mind set - ກ່ອນຈະຄົ້ນຫາຫຍັງ ໃຫ້ໃຊ້ຄຳຄົ້ນທີ່ກ່ຽວຂ້ອງກັນ, ເລີ່ມຈາກຄຳງ່າຍໆ ສະເພາະເຈາະຈົງສິ່ງທີ່ຕ້ອງການຄົ້ນຫາ ຫາກບໍ່ໄດ້ຜົນການຄົ້ນຫາທີ່ຕ້ອງການ ແລ້ວຄ່ອຍໆ ເພີ່ມຄຳຄົ້ນ, ຫາກສະກົດຄຳບໍ່ຖືກ ບໍ່ຕ້ອງເປັນຫ່ວງ ລະບົບຈະຄົ້ນຫາໃຫ້ເອງ ເຊັ່ນ: ເລີ່ມຈາກ sleep ຫາກບໍ່ເຫັນສິ່ງທີ່ຕ້ອງການປ່ຽນເປັນ how to sleep at night ຫາກຍັງບໍ່ກົງກັບຄວາມຕ້ອງການລອງປ່ຽນເປັນ how to sleep after waking up at night. ແນະນຳໃຫ້ເລືອກໃຊ້ຄຳທີ່ສື່ເຖິງຄວາມໝາຍທີ່ເຮົາຕ້ອງການສືບຄົ້ນ ເພື່ອໃຫ້ໄດ້ຄຳຕອບກົງກັບສິ່ງທີ່ເຮົາຕ້ອງການທີ່ສຸດນັ້ນເອງ. 

2. ເລືອກແທັບ (Tab) ໃຫ້ກົງກັບສິ່ງທີ່ເຮົາຕ້ອງການຄົ້ນຫາ ເຊັ່ນ: ຫາກຕ້ອງການຄົ້ນຫາສະເພາະຮູບພາບ ໃຫ້ເລືອກແທັບ Images,  ເລືອກແທັບ Video ຫາກຕ້ອງການຄົ້ນຫາສະເພາະວີດີໂອ ຫຼື ເລືອກແທັບ News ເພື່ອຄົ້ນຈາກຂ່າວ ເປັນຕົ້ນ (ປລ. ຈຳນວນແທັບທີ່ສະແດງ ຈະຜັນປ່ຽນໄປຕາມພາສາທີ່ເພື່ອນໆ ເລືອກໃຊ້, ສຳລັບຕົວຢ່າງຂໍເລືອກເປັນພາສາອັງກິດ) 

3. ໃຊ້ເຄື່ອງໝາຍວົງຢືມ (“ ”) ເພື່ອບອກ Google ວ່າຕ້ອງການຄົ້ນຫາຄຳຄົ້ນ (Key word) ທີ່ກ່ຽວຂ້ອງເປະໆ ເຊັ່ນ: “it gadgets smartphone” ຈະເປັນການຄົ້ນຫາໜ້າເວັບທີ່ມີທຸກໆ ຄຳຄົ້ນ ຫາກບໍ່ໃສ່ວົງຢືມ ຈະເປັນການແຍກຄົ້ນເປັນ 3 ຄຳຄົ້ນແທນ.

4. ໃຊ້ເຄື່ອງໝາຍລົບ (-) ເພື່ອຕັດຄຳດັ່ງກ່າວອອກຈາກຜົນການຄົ້ນຫາ ເຊັ່ນ: laos -vientiane ຈະເປັນການຄົ້ນຫາຄຳວ່າ laos ແຕ່ບໍ່ລວມ vientiane ເຂົ້າໃນຜົນການຄົ້ນຫາ 

5. ໃຊ້ເຄື່ອງໝາຍສອງຈ້ຳ (:) ເພື່່ອລະບຸເວັບໄຊທີ່ຕ້ອງການຄົ້ນຫາ ເຊັ່ນ: muan site:facebook.com ຈະເປັນການຄົ້ນຫາຄຳວ່າ muan ຈາກເວັບໄຊ facebook.com 

6. ໃຊ້ເຄື່ອງໝາຍດອກຈັນ (*) ເພື່ອຄົ້ນຫາຄຳທີ່ບໍໍ່ຮູ້ຈັກ ເຊັ່ນ: when i was * i listen to * ຈະເປັນການຄົ້ນຫາປະໂຫຍກທີ່ມີຄຳບໍ່ຮູ້ຈັກ 2 ຕຳແໜ່ງ (ຕຳແໜ່ງທີ່ໝາຍດ້ວຍ * ເປັນການບອກ Google ວ່າມີອີກຄຳທີ່ບໍ່ຮູ້ຈັກ) ແລ້ວ Google ຈະຕື່ມໃຫ້ເອງ, ເໝາະສຳລັບການໃຊ້ຄົນຫາເນື້ອເພງທີ່ຈື່ໄດ້ບໍ່ຄົບ.

7. ຄົ້ນຫາເວັບໄຊທີ່ມີລັກສະນະໃກ້ຄຽງກັນ ເຊັ່ນ: related:facebook.com ຈະເປັນການຄົ້ນຫາເວັບໄຊທີ່ໃຫ້ບໍລິການລັກສະນະໃກ້ຄຽງກັບ facebook.com ທີ່ເປັນເວັບໄຊໃຫ້ບໍລິການສື່ສັງຄົມອອນລາຍນັ້ນເອງ. 

8. ໃຫ້ Google ບວກເລກ, ປ່ຽນຫົວໜ່ວຍ ຫຼື ສະກຸນເງິນໃຫ້ ເຊັ່ນ: 9-7/5, sin(45), 1 miles to km, 1 usd to kip ແລ້ວ Google ຈະຫາຜົນຮັບມາໃຫ້ໃນພິບຕາ.

9. ຫາກຕ້ອງການຄົ້ນຫາຫຼາຍໆ ຄຳ (Key word) ໃນຄັ້ງດຽວໃຫ້ໃຊ້ຄຳວ່າ OR ຫຼື ເຄື່ອງໝາຍ | ຂັ້ນລະຫວ່າງຄຳ ເຊັ່ນ: windows OR mac OR linux ຫຼື ສາມາດໃຊ້ windows | mac | linux.

10. ຄົ້ນຫາຈາກປະເພດໄຟລ໌ (File) ເຊັ່ນ: laos report filetype:pdf ຈະເປັນການຄົ້ນຫາ laos report ທີ່ເປັນໄຟລ໌ປະເພດ pdf ໃຫ້.

11. ໃຊ້ Google ເປັນວັດຈະນານຸກົມສ່ວນຕົວ ເຊັ່ນ: define: love ຈະເປັນການອະທິບາຍຄຳວ່າ love, ບອກທັງຄວາມໝາຍ ປະເພດ ການອອກສຽງ ແລະ ຕົວຢ່າງປະໂຫຍກ ເໝາະກັບນັກຮຽນ ນັກສຶກສາທີ່ກຳລັງຮຽນພາສາເປັນຢ່າງຍິ່ງ.

12. ສາມາດໂຍນຫົວ-ກ້ອຍດ້ວຍ Google ໄດ້, ຮູ້ ຫຼື ຍັງ? ໂດຍການພິມຄຳວ່າ Flip a coin ໃນຊ່ອງຄົ້ນຫາ ( ຫຼື heads or tails ກໍ່ໄດ້) ນອກຈາກນັ້ນຍັງມີເຄື່ອງມື ແລະ ເກມອື່ນໆ ອີກເຊັ່ນ: ໂຍນລູກເຕົ໋າ (Roll), ຈັກຄິດໄລ່,  ວົງລໍ້ໝູນ, ເກມ pac-man, ເກມ tic tac toe (ສ່ວນໂຕເອີ້ນ ແຊ້ມຕາກະໂລ້ ຫຼື ເພື່ອນໆ ເອີ້ນຫຍັງກັນ ຄອມເມັນມາບອກໄດ້), ເກມໄພ້ solitaire, ເກມ minesweeper ຫຼື ເກມ ງູ snake ແລະ ອື່ນໆ ລອງເຂົ້າໄປທົດລອງຫຼິ້ນກັນ. 

13. Google ສາມາດບອກເວລາຕາເວັນຂຶ້ນ-ຕົກ ໄດ້ ຫຼື ແມ່ນແຕ່ເວລາປັດຈຸບັນ ໂດຍໃຊ້ key word ນີ້ vientiane sunrise , vientiane sunset, vientiane time ເພື່ອຫາເວລາຕາເວັນຂຶ້ນ, ຕາເວັນຕົກ ແລະ ເວລາປັດຈຸບັນ ຕາມລຳດັບ.

14. ຄົ້ນ Google ຈາກຮູບກໍ່ຍັງໄດ້, ໂດຍເຂົ້າໄປລິ້ງນີ້ https://www.google.com/imghp?hl=EN ຈາກນັ້ນໃສ່ URL ຂອງຮູບ ຫຼື ກົດເລືອກຮູບຈາກຄອມພິວເຕີ, ແລ້ວ Google ສະແດງຜົນການຄົ້ນຫາກ່ຽວກັບຮູບດັ່ງກ່າວໃຫ້ເອງ.

15. Google advanced search ເປັນໜ້າຄົ້ນຫາທີ່ຮວມຮວມເອົາທຸກໆ ເຕັກນິກທີ່ກ່າວມາດ້ານເທິງນັ້ນ ລວມໄວ້ໃນໜ້າດຽວ, ໂດຍສາມາດຕັ້ງເງື່ອນໄຂຂອງການຄົ້ນຫາຕ່າງໆ ໄດ້ເຊັ່ນ:

  • all these words: ໝາຍເຖິງຄົ້ນຫາທຸກໆ ຄຳທີ່ປ້ອນໃນຊ່ອງນີ້ 
  • this exact word or phrase: ໝາຍເຖິງຄົ້ນຫາຄຳສະເພາະ, ຄືກັນກັບໃສ່ເຄື່ອງໝາຍວົງຢືມໃນຂໍ້ 3 
  • any of these words: ໝາຍເຖິງຄົ້ນແຕ່ລະຄຳ, ຄືກັນກັບການໃຊ້ຄຳວ່າ OR ຂັ້ນແຕ່ລະຄຳໃນຂໍ້ 9 
  • none of these words: ໝາຍເຖິງບໍ່ຄົ້ນຫາຄຳໃນຊ່ອງນີ້, ຄືກັນກັບການໃຊ້ເຄື່ອງໝາຍລົບ ໃນຂໍ້ 4 
  • numbers ranging from: ການຄົ້ນຫາລະຫວ່າງຊ່ວງຕົວເລກ ເຊັ່ນ: 1990 ຫາ 2000 
  • language: region: ເລືອກພາສາຂອງໜ້າເວັບທີ່ຄົ້ນຫາ ເຊັ່ນ: ສະແດງສະເພາະໜ້າທີ່ເປັນພາສາອັງກິດ, ຈີນ, ຫວຽດ 
  • last update: ເລືອກຊ່ວງເວລາຂອງການປັບປຸງເນື້ອຫາເວັບ ເໝາະກັບການຄົ້ນຫາຂ່າວຕາມຊ່ວງເວລາ 
  • site or domain: ຄົ້ນຫາໃນໂດເມນສະເພາະ ຄືກັນກັບການໃຊ້ເຄື່ອງໝາຍສອງຈ້ຳໃນຂໍ້ 5 
  • terms appearing: ເລືອກຄຳທີ່ສະແດງໃນສ່ວນຕ່າງໆ ຂອງໜ້າເວັບເຊັ່ນ: ຫົວຂໍ້, ເນື້ອຫາ ເປັນຕົ້ນ 
  • safeSearch: ການກຳນົດປະເພດເນື້ອຫາ, ສາມາດກັ່ນຕອງເນື້ອຫາທີ່ຫຼໍ່ແຫຼມ, ຮຸນແຮງ ຫຼື ລາມົກ ອອກຈາກຜົນການຄົ້ນຫາໄດ້ດ້ວຍການເລືອກເປັນ filter explicit results 
  • file type: ເລືອກປະເພດຂອງໄຟລ໌ທີ່ຕ້ອງການຄົ້ນຫາ ຄືກັນກັບຂໍ້ 10 
  • usage rights: ເລືອກສິດໃນການນຳເນື້ອຫາໄປໃຊ້ຕໍ່ (ເອົາໄວ້ມີເວລາຈະມາຂຽນບົດຄວາມກ່ຽວກັບສິດໃນການໃຊ້ງານເນື້ອຫາປະເພດຕ່າງໆ ແຍກສະເພາະ) 

ເປັນອີກບົດຄວາມທີ່ຍາວສົມຄວນ ຫາກໃຜອ່ານມາຮອດນີ້ຄິດວ່າສາມາດນຳເອົາເຕັກນິກຕ່າງໆ ໄປໃຊ້ໃນການຄົ້ນຫາຂໍ້ມູນຈາກອິນເຕີເນັດໄດ້ຢ່າງສະດວກ ແລະ ສາມາດຄົ້ນຫາສິ່ງທີ່ຕ້ອງການໄດ້ຢ່າງງ່າຍດາຍ. ສຳລັບບົດຄວາມຖັດໄປຂອງພວກເຮົາ ຈະເປັນຫຍັງຕິດຕາມກັນໄດ້.


ອ້າງອີງ: