ປ່ຽນ​ຮູບ​ຖ່າຍ​ ໃຫ້ເປັນ​ຮູບ​ແຕ້ມ​ ດ້ວຍ​ແອັບ​ “Artomaton”

ປ່ຽນ​ຮູບ​ຖ່າຍ​ ໃຫ້ເປັນ​ຮູບ​ແຕ້ມ​ ດ້ວຍ​ແອັບ​  “Artomaton”

ກະ​ແສຮູບແຕ້ມ​ ອາດ​ບໍ່​ໄດ້​ເປັນທີ່ນິຍົມ​ໃນ​ໂຊ​ຊຽວພໍປານໃດ​. ວ່າລະເນາະໃຜ​ຈະ​ໄປ​ນັ່ງ​ແຕ້ມຮູບ​ຕົວ​ເອງ​ ໂດຍ​ໃຊ້​ເວລາ​ໝົດມື້​ ເພື່ອ​ອັບ​ລົງ​ໂຊ​ຊຽວ​ກັນ​ລະ​ເນາະ.​ ແຕ່​ຮັບຮອງ​ວ່າ​ຖ້າ​ໃຜ​ໄດ້ຮູບແຕ້ມ​ສວຍ​ງາມ​ ກໍຕ້ອງ​ດີອົກດີໃຈ​ຢ່າງແນ່ນອນ.​ ບໍ່​ວ່າ​ຈະ​ເປັນຮູບແຕ້ມ​ທີ່​ສົ່ງ​ມອບ​ໃນ​ຊ່ວງ​ງານ​ຮັບ​ປະລິນຍາ​, ງານ​ວັນ​ເກີດ​ ຫຼື ​ເປັນ​ຂອງ​ຂວັນ​ປີ​ໃໝ່​ ຄົົນທີ່​ໄດ້ຮັບ​ກໍ​ດີ​ໃຈ​ກັນ​ທັງ​ນັ້ນ.​

ມື້​ນີ້ ​ເຮົາ​ຈະ​ມາ​ແນະ​ນຳ​ ແອັບ​ແປງ​ຮູບ​ຖ່າຍ​ໃຫ້ເປັນຮູບແຕ້ມ​ ເພື່ອ​ຫຼາຍ​ໆ​ຄົນ​ຈະ​ໃຊ້​ໃນ​ການສ້າງ​ສັນ​ຂອງ​ຂວັນ​ເພື່ອ​ມອບ​ໃຫ້​ຄົນ​ຮອບ​ຂ້າງ​ໃນ​ໂອ​ກາດ​ຕ່າງ​ໆ​ໄດ້​ ນັ້ນ​ຄື​ເຈົ້າ​ແອັບ​ “Artomaton” ນັ້ນ​ເອງ.​

ເມື່ອ​ເປີດແອັບ​ Artomaton ສິ່ງ​ທຳອິດທີ່​ເຮົາ​ຈະ​ເຫັນ​ກໍ​ຄື​ ໝາກເລັ່ນໜ່ວຍ​ໃຫຍ່​ ແລະ ​ຕົວ​ເລືອກ​ລະຫວ່າງ​ຮູບ​ພາບ ​ແລະ ​ວິ​ດີ​ໂອ​ ເຊິ່ງ​ນັ້ນ​ກໍ​ໝາຍ​ຄວາມ​ວ່າ​ Artomaton ສາມາດ​ແປງ​ທັງ​ຮູບ​ຖ່າຍ ​ແລະ ​ວິ​ດີ​ໂອ​ໃຫ້ເປັນຮູບແຕ້ມ​ໄດ້​ນັ້ນ​ເອງ.​

ຫຼັງ​ຈາກ​ທີ່​ເຮົາ​ເລືອກ​ຮູບ​ພາບ ຫຼື ​ວິ​ດີ​ໂອ​ໄດ້​ແລ້ວ​ ກໍ​ເຖິງ​ເວລາ​ຕົກ​ແຕ່ງຮູບແຕ້ມ​ຂອງ​ເຮົາ​ແລ້ວ​ລະ! ເຊິ່ງ​ຕົວ​ເລືອກ​ການ​ຕົກ​ແຕ່ງ​ໃນແອັບ​ Artomaton ນີ້​ ກໍ​ຂ້ອນ​ຂ້າງ​ຫຼາກ​ຫຼາຍ​ທີ​ເລີຍ​ ໂດຍ​ເຮົາ​ສາມາດ​ເລືອກ​ອຸປະກອນ​ສຳລັບຮູບແຕ້ມ​ ຢາກ​ໄດ້​ພາບ​ສວຍ​ງາມ​ ຈາກ​ອຸປະກອນ​ຫຍັງ​ ກໍ​ສາມາດ​ກົດ​ເລືອກ​ໄດ້​ເລີຍ​ (ຕົວເລືອກ​ມີ​ຫຼາຍ​ພໍ​ສົມຄວນ​ເລີຍ​ອີກດ້ວຍ​).

ທັງ​ຍັງ​ສາມາດ​ເລືອກ​ປະ​ເພດ​ຂອງເຈ້ຍ​ທີ່​ເຮົາ​ຕ້ອງ​ການ​ໃຊ້​ໃນຮູບແຕ້ມ​ອີກດ້ວຍ.​

ນອກ​ຈາກ​ນີ້ ຍັງ​ສາມາດ​ຕົກ​ແຕ່ງ​ໂທນ​ສີ​, ຄວາມ​ຄົມ​ແຈ້ງ​, ຄວາມຫງ່ຽງ,​ ຄວາມ​ຫຼາຍໜ້ອຍ​ຂອງ​ລາຍ​ເສັ້ນ​ ແລະ ອື່ນໆ​. ເວົ້າ​ໄດ້​ວ່າ​ ສາມາດ​ເລືອກ​ຕົກ​ແຕ່ງຮູບແຕ້ມ​ໄດ້​ແບບ​ລະອຽດ​ເລີຍລະ.​

​ຫາກ​ເຮົາ​ຕ້ອງ​ການ​ໃຫ້​ຮູບ​ຖ່າຍ​ອອກ​ມາ​ເປັນຮູບແຕ້ມ​ ທີ່​ມີ​ການ​ເຄື່ອນ​ໄຫວ​ ກໍ​ສາມາດ​ກຳນົດ​ອັດຕາ​ຄວາມ​ໄວ​ການ​ສະແດງ​ພາບ​ ລວມ​ເຖິງ​ຄວາມ​ຊ້າ​ໄວ​ຂອງ​ການ​ແຕ້ມຮູບໄດ້​ອີກດ້ວຍ.​

ເຮົາມາເບິ່ງຮູບກ່ອນ ແລະ ຫຼັງແຕ່ງກັນເລີຍວ່າຈະອອກມາງາມສໍ່າໃດ.

ຮູບກ່ອນແຕ່ງ

ຮູບຫຼັງແຕ່ງ

ດາວໂຫຼດ: iOS