ຂ່າວໜ້າໜຶ່ງ

ກອງປະຊຸມຜູ້ບໍລິຫານການສຶກສາເມືອງສີໂຄດຕະບອງ

ກອງ​ປະ­ຊຸມ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ​ຂອງ​ເມືອງ​ສີ​ໂຄດ​ຕະ­ບອງ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 11 ກັນ­ຍາ 2020 ທີ່​ໂຮງ­ຮຽນ​ມັດ­ທະ­ຍົມ​ສຶກ​ສາ​ຕອນ​ປາຍ​ມິດ­ຕະ­ພາບ ນວ-ໂຮ່​ຈີ​ມິງ (ມັດ­ທະ­ຍົມ​ສຶກ​ສາ​ຕອນ​ປາຍ​ສີ​ໂຄດ​ຕະ­ບອງ) ເປັນ​ປະ­ທານ​ຂອງ​ທ່ານ ມິ​ນີ​ຫົງ ຈັນ­ທະ​ວົງ­ສາ ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ທິ​ການ ແລະ ກີ­ລາ ເມືອງ​ສີ​ໂຄດ​ຕະ­ບອງ ທ່ານ​ນາງ ສົມ​ປະ­ເສີດ ສີ​ຫາ​ລາດ ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ເມືອງ ມີ​ທ່ານ​ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຶກ​ສາ​ເມືອງ ຄະ­ນະ​ຜູ້​ບໍ­ລິ­ຫານ​ການ​ສຶກ​ສາ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ ອຳ­ນາດ​ການ​ປົກ­ຄອງ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ໂດຍ​ຫຍໍ້  ກ່ຽວ​ກັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ການ​ສຶກ​ສາ ປະ­ຈຳ​ສົກ­ຮຽນ 2019-2020 ແລະ ແຜນ​ພັດ­ທະ­ນາ​ການ​ສຶກ​ສາ​ປະ­ຈຳ​ສົກ­ຮຽນ 2020-2021 ຈາກ​ທ່ານ ມະ­ນີ​ຫົງ ຈັນ­ທະ​ວົງ­ສາ ເຊິ່ງ​ທ່ານ​ໄດ້​ແຈ້ງ​ໃຫ້ ຊາບ​ວ່າ: ເມືອງ​ສີ​ໂຄດ​ຕະ­ບອງ​ຕັ້ງ​ຢູ່​ໃນ​ເທດ­ສະ­ບານ ນວ ແບ່ງ​ອອກ​ເປັນ 2 ເຂດ​ຄື: ເຂດ​ຕົວ​ເມືອງ​ກວມ 80% ແລະ ເຂດ​ຊານ­ເມືອງ 20% ຂອງ​ເນື້ອ­ທີ່​ທັງ​ໝົດ ທົ່ວ​ເມືອງ​ມີ​ໂຮງ­ຮຽນ​ທັງ​ໝົດ 146 ແຫ່ງ ໃນ​ນັ້ນ​ມີ​ໂຮງ­ຮຽນ​ພາກ​ເອ­ກະ​ຊົນ 93 ແຫ່ງ ຊັ້ນ​ອະ­ນຸ­ບານ 46 ແຫ່ງ ພາກ​ເອ­ກະ​ຊົນ 44 ແຫ່ງ ຊັ້ນ​ປະ­ຖົມ​ມີ 70 ແຫ່ງ ພາກ​ເອ­ກະ​ຊົນ 32 ແຫ່ງ ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ 19 ແຫ່ງ ພາກ​ເອ­ກະ​ຊົນ 10 ແຫ່ງ ຊັ້ນ​ມັດ­ທະ­ຍົມ​ຕອນ​ປາຍ 2 ແຫ່ງ ຊັ້ນ​ມັດ­ທະ­ຍົມ​ສົມ­ບູນ 9 ແຫ່ງ ພາກ​ເອ­ກະ​ຊົນ 7 ແຫ່ງ.

ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຈຸດ​ສຸມ ແລະ ຍຸດ​ທະ​ສາດ​ຕ່າງໆ​ທີ່​ກຳ­ນົດ​ໃນ​ສົກ­ຮຽນ 2013-2020 ຜ່ານ​ມາ ເຫັນ​ໄດ້​ວ່າ​ໃນ​ຈຳ­ນວນ 15 ຄາດ­ໝາຍ​ຫຼັກ​ທີ່​ກຳ­ນົດ​ໃນ​ແຜນ ມີ 5 ຄາດ­ໝາຍ​ເທົ່າ​ນັ້ນ​ທີ່​ບັນ­ລຸ​ຕາມ​ແຜນ ແລະ 3 ຄາດ­ໝາຍ​ທີ່​ໃກ້​ຈະ​ບັນ­ລຸ​ຄາດ­ໝາຍ​ທີ່​ບັນ­ລຸ​ອັດ­ຕາ​ຂອງ​ເດັກ 5 ປີ ເພີ່ມ​ຈາກ 99,55% ມາ​ເປັນ 100,17% ອັດ­ຕາ​ເຂົ້າ​ຮຽນ​ລວມ ມ ຕົ້ນ ເພີ່ມ​ຈາກ 95,95% ມາ​ເປັນ 98,31%  (ຄາດ­ໝາຍ 97%) ອັດ­ຕາ​ລອດ​ເຫຼືອ​ຊັ້ນ​ປະ­ຖົມ​ຮອດ ປ-5 ເພີ່ມ​ຈາກ 93,51%  ມາ​ເປັນ 95,83%  (ຄາດ­ໝາຍ 95%) ອັດ­ຕາ​ເຂົ້າ​ຮຽນ​ລວມ​ໃໝ່ ຂັ້ນ ມ-4 ເພີ່ມ​ຈາກ 86,13% ມາ​ເປັນ 91,34% 5) ອັດ­ຕາ​ເຂົ້າ​ຮຽນ​ລວມ​ໃໝ່ ປ-5 ຈາກ 100,61% ມາ​ເປັນ 99,55 % ຄາດ­ໝາຍ​ທີ່​ໃກ້​ຈະ​ບັນ­ລຸ ອັດ­ຕາ​ປະ­ລະ​ຂັ້ນ ປ-1 ຈາກ 2,5% ມາ​ເປັນ 0,2% (ຄາດ­ໝາຍ​ຂອງ ນວ ແມ່ນ 1%) ອັດ​ຕາ­ຄ້າງ​ຫ້ອງ​ຊັ້ນ​ປະ­ຖົມ​ຈາກ 3,6% ມາ​ເປັນ 3,2% (ຄາດ­ໝາຍ​ຂອງ​ນະ­ຄອນ­ຫຼວງ​ແມ່ນ 3% ) ອັດ­ຕາ​ປະ­ລະ​ຊັ້ນ​ປະ­ຖົມ​ຈາກ 1.6% ມາ​ເປັນ 1.1% (ຄາດ­ໝາຍ​ຂອງ ນວ ແມ່ນ 1%) ຄາດ­ໝາຍ​ທີ່​ບໍ່​ບັນ­ລຸ ອັດ­ຕາ​ເຂົ້າ​ຮຽນ​ໃໝ່​ສຸດ­ທິ​ຊັ້ນ​ປະ­ຖົມ ຈາກ 100% ມາ​ເປັນ 99,05% ( ຄາດ­ໝາຍ ນວ 100% ) ອັດ​ຕາ­ຄ້າງ​ຫ້ອງ​ຂັ້ນ ປ-1 ຈາກ 6,4% ມາ​ເປັນ 5,3% (ຄາດ­ໝາຍ ນວ 3%) ອັດ­ຕາ​ເຂົ້າ​ຮຽນ​ລວມ​ຂອງ​ຊັ້ນ​ມັດ­ທະ­ຍົມ​ຕອນ​ປາຍ​ຈາກ 84,89% ມາ​ເປັນ 83,95% (ຄາດ­ໝາຍ ນວ 86% ) ອັດ­ຕາ​ປະ­ລະ​ຂອງ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ​ຈາກ 3,84% ມາ​ເປັນ 3.24% (ຄາດ­ໝາຍ ນວ 2% ) ອັດ­ຕາ​ປະ­ລະ​ຂອງ​ຊັ້ນ​ມັດ​ມະ​ຍົມ​ຕອນ​ປາຍ ຈາກ 4,03% ມາ​ເປັນ 4.69% (ຄາດ­ໝາຍ ນວ 2% ) ວຽກ​ງານ​ການ​ສຶກ​ສາ­ກ່ອນ​ໄວ ຂະ­ຫຍາຍ­ຕົວ​ເປັນ​ທີ່​ໜ້າ​ເພິ່ງ​ພໍ­ໃຈ ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ ອັດ­ຕາ​ເຂົ້າ​ຮຽນ​ຂອງ​ເດັກ 0-2 ປີ ເພີ່ມ​ຂຶ້ນ​ຈາກ ຂ3,65% ມາ​ເປັນ 27,12% ອັດ­ຕາ​ເຂົ້າ​ຮຽນ​ຂອງ​ເດັກ 3-4 ປີ ຈາກ 97,36% ມາ​ເປັນ 98,60% ອັດ­ຕາ​ເຂົ້າ​ຮຽນ​ຂອງ​ເດັກ 5 ປີ ເພີ່ມ​ຂຶ້ນ​ຈາກ 99,55% ມາ​ເປັນ 100,17% ອັດ­ຕາ​ເຂົ້າ​ຮຽນ​ຂອງ​ເດັກ 3-5 ປີ ຈາກ 98,19% ມາ​ເປັນ 99,21% ຈຳ­ນວນ​ນັກ­ຮຽນ​ໃນ​ຊັ້ນ​ຮຽນ​ການ​ສຶກ​ສາ­ກ່ອນ​ໄວ​ຮຽນ​ທັງ​ໝົດ​ເພີ່ມ​ຂຶ້ນ​ຈາກ 5.407 ຄົນ ມາ​ເປັນ 5.524 ຄົນ ເພີ່ມ​ຂຶ້ນ 117 ຄົນ.

ເພື່ອ​ສືບ­ຕໍ່​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ແກ່​ລະ­ບົບ​ການ​ບໍ­ລິ­ຫານ ແລະ ຄຸ້ມ​ຄອງ​ການ​ສຶກ​ສາ​ຂອງ​ໂຮງ­ຮຽນ ສົ່ງ­ເສີມ​ໃຫ້​ປະ­ຊາ­ຊົນ​ທຸກ​ເພດ​ໄວ​ຫັນ​ມາ​ໃສ່­ໃຈ​ການ​ອອກ­ກຳ­ລັງ​ກາຍ​ເພື່ອ​ສຸ­ຂະ­ພາບ ແລະ ສົ່ງ­ເສີມ​ໃຫ້​ຜູ້​ທີ່​ມີ​ພອນ​ສະ­ຫວັນ​ດ້ານ​ກິ­ລາ-ກາຍ­ຍະ­ກຳ ໃຫ້​ກາຍ ເປັນ​ນັກ­ກີ­ລາ​ອາ­ຊີບ ຄາດ­ໝາຍ​ຫຼັກ ເພີ່ມ​ອັດ­ຕາ​ເຂົ້າ​ຮຽນ​ສຸດ­ທິ​ຊັ້ນ​ປະ­ຖົມ​ສຶກ​ສາ ຈາກ 99,05% ໃຫ້​ບັນ­ລຸ​ໄດ້ 100% ຫຼຸດ­ຜ່ອນ​ອັດ­ຕາ​ປະ­ລະ​ການ​ຮຽນ​ຂອງ​ນັກ­ຮຽນ ປ-1 ຈາກ 2,17% ໃຫ້​ຍັງ​ເຫຼືອ 2% ຫຼຸດ­ຜ່ອນ​ອັດ​ຕາ­ຄ້າງ​ຫ້ອງ​ຂອງ​ນັກ­ຮຽນ ປ-1 ຈາກ 5,3% ໃຫ້​ຍັງ​ເຫຼືອ 4% ຫຼຸດ­ຜ່ອນ​ອັດ­ຕາ​ປະ­ລະ​ກາ​ຮຽນ​ຂອງ​ນັກ­ຮຽນ​ຊັ້ນ​ປະ­ຖົມ​ສຶກ​ສາ ຈາກ 1,08% ໃຫ້​ຍັງ​ເຫຼືອ 1% ຫຼຸດ­ຜ່ອນ​ອັດ​ຕາ­ຄ້າງ​ຫ້ອງ​ຂອງ​ນັກ­ຮຽນ​ຊັ້ນ​ປະ­ຖົມ​ສຶກ​ສາ ຈາກ 3,2% ໃຫ້​ຍັງ​ເຫຼືອ 2% ອັດ­ຕາ​ລອດ​ເຫຼືອ​ຮອດ ປ-5 ໃຫ້​ບັນ­ລຸ 98% ອັດ­ຕາ​ເຂົ້າ​ຮຽນ​ລວມ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ ໃຫ້​ບັນ­ລຸ 99% ອັດ­ຕາ​ເຂົ້າ​ຮຽນ​ລວມ​ຂັ້ນ ມ-4 ໃຫ້​ບັນ­ລຸ 95% ອັດ­ຕາ​ເຂົ້າ​ຮຽນ​ລວມ​ຊັ້ນ​ມັດ­ທະ­ຍົມ​ຕອນ​ປາຍ ໃຫ້​ບັນ­ລຸ 85% ສົ່ງ­ເສີມ​ໃຫ້​ນັກ­ຮຽນ​ທີ່​ຮຽນ​ຈົບ​ຊັ້ນ​ມັດ­ທະ­ຍົມ​ຕອນ​ຕົ້ນ ໄດ້​ເຂົ້າ​ຮຽນ​ຕໍ່​ໃນ​ສາຍ​ອະ​ຊີ­ວະ​ສຶກ​ສາ​ໃຫ້​ໄດ້ 2% ສືບ­ຕໍ່​ສົ່ງ­ເສີມ​ມວນ​ຊົນ​ທຸກ​ເພດ ທຸກ​ໄວ​ພາຍ​ໃນ​ເມືອງ ເຂົ້າ​ຮ່ວມ​ການ​ຫັດ­ກາຍ​ຍະ​ບໍ­ລິ­ຫານ ການ​ອອກ­ກຳ­ລັງ​ກາຍ ແລະ ການ​ຫຼີ້ນ​ກີ­ລາ​ເພື່ອ​ສຸ­ຂະ­ພາບ ເຂົ້າ​ຮ່ວມ​ການ​ສ້າງ​ຂະ​ບວນ​ການ­ເຄື່ອນ­ໄຫວ​ຈັດ​ກິດ­ຈະ­ກຳ​ການ​ແຂ່ງ​ກີ­ລາ​ປະ­ຈຳ​ປີ ກີ­ລາ​ວັນ​ບຸນ​ປະ​ເພ ນີ ແລະ ກີ­ລາ​ວັນ​ບຸນ​ສຳ­ຄັນ​ຕ່າງໆ​ຂອງ​ຊາດ-ສາ­ກົນ