ຂ່າວໜ້າໜຶ່ງ

ຮອງປະທານປະເທດຊີ້ນໍາກອງປະຊຸມທາບທາມບຸກຄະລາກອນ ນວ ຮອບ 2

     ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນໍາຕໍ່ກອງປະຊຸມທາບທາມບຸກຄະລາກອນ ເພື່ອສະໝັກເລືອກຕັ້ງເປັນຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ ສະໄໝທີ VII ຮອບທີ 2 ຈັດຂຶ້ນວັນທີ 21 ກັນຍາ 2020 ທີ່ຫໍປະຊຸມແຫ່ງຊາດ ໂດຍກ່າວຕ້ອນຮັບຂອງສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ບັນດາຄະນະປະຈໍາພັກ ຄະນະບໍລິຫານງານພັກ ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຄະນະກວດກາຫ້ອງວ່າການສູນກາງພັກ ຫົວໜ້າພະແນກການ ພະນັກງານບໍານານ ແລະ ພະນັກງານຫຼັກແຫຼ່ງທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

    ການຊີ້ນໍາຕໍ່ກອງປະຊຸມຄັ້ງນີ້ ສະຫາຍ ພັນຄໍາ ວິພາວັນ ໄດ້ການຕີລາຄາສະພາບລວມການກະກຽມກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແມ່ນໄດ້ດໍາເນີນຖືກຕ້ອງຕາມກົດລະບຽບ ແລະ ຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ພ້ອມນັ້ນການດໍາເນີນກະກຽມກອງປະຊຸມຍັງໄດ້ຕິດພັນກັບວຽກງານຕ່າງໆ ໜ້າທີ່ຄວາມຮັບຜິດຊອບ ຄາດໝາຍສູ້ຊົນກອງປະຊຸມໃຫຍ່ຄັ້ງທີ VI ໄດ້ມີການສະຫຼຸບຕີລາ ແລ້ວເຫັນຜົນສໍາເລັດພົ້ນເດັ່ນ ຄະນະພັກ ຄະນະບໍລິຫານງານພັກ ມີຄວາມສາມັກຄີເປັນປຶກແຜ່ນ ແລະ ໄດ້ຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ ເຮັດໃຫ້ນະຄອນຫຼວງມີຄວາມສະຫງົບສຸກ ເສດຖະກິດມີການຂະຫຍາຍຕົວສູງ ໄດ້ປະກອບສ່ວນສໍາຄັນໃນການພັດທະນາໃຫ້ແກ່ລັດຫຼາຍກວ່າໝູ່ ໃນບັນດາແຂວງທົ່ວປະເທດ ພ້ອມນັ້ນ ໄດ້ລາຍງານສະພາບການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງຕ່າງໆໃນໄລຍະຜ່ານມາ ເພື່ອໃຫ້ຄົ້ນຄວ້າ ພິຈາລະນາ ແລະ ຖອດຖອນບົດຮຽນ ນອກນີ້ ໄດ້ເນັ້ນໃຫ້ຜູ້ແທນສົມບູນ ແລະ ພະນັກຕ້ອງກໍາແໜ້ນທີ່ຕັ້ງ ແລະ ພາລະບົດບາດຂອງນະຄອນຫຼວງ ໂດຍສະເພາະແມ່ນນະຄອນຫຼວງເປັນເມືອງເອກ ເປັນຕົວແທນ ແລະ ໜ້າຕາຂອງປະຊາຊົນລາວທັງຊາດ ນະຄອນຫຼວງເປັນຫົວໜ່ວຍທີ່ເຂັ້ມແຂງຂອງປະເທດ ພ້ອມທັງຖືບັນຫາສໍາຄັນ ໂຄງປະກອບຂອງຄະນະບໍລິຫານງານອົງຄະນະພັກນະຄອນຫຼວງວຽງຈັນແຕ່ລະໄລຍະ ແຕ່ລະຍຸກສະໄໝ ເພື່ອເຮັດໃຫ້ໄດ້ການນໍາພັກມີຄວາມເຂັ້ມແຂງ ປະຕິບັດໄດ້ພາລະບົດບາດດ້ວຍຄວາມຮັບຜິດຊອບສູງ.