amsung Galaxy J7 Duo ລູກຄົນໃໝ່ຂອງຊຳຊຸງ ຈ່າຍໜ້ອຍ ແຕ່ໄດ້ຟັງຊັນຄົບ

Samsung Galaxy J7 Duo ລູກຄົນໃໝ່ຂອງຊຳຊຸງ ຈ່າຍໜ້ອຍ ແຕ່ໄດ້ຟັງຊັນຄົບ

ສະມາດໂຟນຈາກຄ້າຍຊຳຊຸງ () ມີຫຼາຍຮຸ່ນອອກມາໃຫ້ເລືອກຊື້ເລືອກໃຊ້ກັນຕະຫຼອດ ຫຼ້າສຸດກໍເປັນ Samsung Galaxy J7 Duo ລູກຫຼ້າຄົນໃໝ່ຂອງຄ້າຍທີ່ວາງຂາຍໃນລາຄາປະຢັດ ແຕ່ໄດ້ຟັງຊັນຄົບຄືກັບຮຸ່ນໃຫຍ່ ພ້ອມທັງມີກ້ອງຄູ່, ປົດລັອກດ້ວຍການສະແກນລາຍນິ້ວມື ແລະ ສະແກນໜ້າ, AR Stickers c ແລະ ຟີເຈີອື່ນອື່ນໆຢ່າງຫຼາກຫຼາຍ.

ຂ້າງລຸ່ມນີ້ແມ່ນລາຍລະອຽດຂອງ Samsung Galaxy J7 Duo:

  • ໜ້າຈໍສີສົດ Super AMOLED ຂະໜາດ 5.5 ນິ້ວ ຄວາມລະອຽດ HD
  • ໜ່ວຍປະມວນຜົນ Exynos 7
  • ແຣມ 4GB
  • ຄວາມຈຸພາຍໃນເຄື່ອງ 32GB ຮອງຮັບ MicroSD
  • ກ້ອງຫຼັງຄູ່ຄວາມລະອຽດ 13 + 5 ລ້ານພິກເຊວ ຮູຮັບແສງ f/1.9
  • ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວ ຮູຮັບແສງ f/1.9
  • ແບັດເຕີຣີຄວາມຈຸ 3,000 mAh
  • ລະບົບປະຕິບັດການ Android 8.0

ຮູບຮ່າງຂອງ Samsung Galaxy J7 Duo

ດ້ານໜ້າຂອງ Samsung Galaxy J7 Duo ເປັນໜ້າຈໍຂະໜາດ 5.5 ນິ້ວ ແບບ Super AMOLED ສະແດງຜົນດ້ວຍສີສັນທີ່ສົດ ເບິ່ງໃນບ່ອນທີ່ມີແສງຈ້າໄດ້ດີ. ດ້ານເທິງຂອງໜ້າຈໍ ເປັນໄຟແຟຼດ ແລະ ກ້ອງໜ້າຄວາມລະອຽດ 8 ລ້ານພິກເຊວສຳລັບຖ່າຍຮູບ ແລະ ປົດລັອກດ້ວຍການສະແກນໃບໜ້າ. ສ່ວນໜ້າຈໍດ້ານລຸ່ມເປັນປຸ່ມໂຮມ ທີ່ສາມາດສະແກນລາຍນິ້ວມືໄດ້, ປຸ່ມ recent apps ແລະ ປຸ່ມຍ້ອນກັບ.

ດ້ານລຸ່ມຂອງເຄື່ອງປະກອບດ້ວຍຮູສາກແບບ Micro USB, ຮູສຽບສາຍຫູຟັງຂະໜາດ 3.5 ມມ ແລະ ຮູຮັບສຽງ (microphone), ດ້ານຊ້າຍຂອງເຄື່ອງແມ່ນປຸ່ມເພີ່ມ-ຫຼຸດສຽງ, ດ້ານຂວາແມ່ນປຸ່ມເປີດ-ປິດເຄື່ອງ ສ່ວນດ້ານເທິງບໍ່ມີຫຍັງ.

ດ້ານຫຼັງຂອງຕົວເຄື່ອງປະກອບດ້ວຍໄຟແຟຼດ, ກ້ອງຫຼັງສອງໂຕ ຄວາມລະອຽດ 13 ລ້ານພິກເຊວ ແລະ 5 ລ້ານພິກເຊວ ແລະ ທີ່ຢູ່ຂ້າງຂວາຂອງກ້ອງແມ່ນລຳໂພງ.

ເມື່ອຖອດຝາຫຼັງອອກ ຈະພົບກັບແບັດເຕີຣີຄວາມຈຸ 3,000 mAh, ຊ່ອງໃສ່ຊິມກາດ 2 ຊິມ ແລະ ຊ່ອງໃສ່ໜ່ວຍຄວາມຈຳເສີມແບບ microSD ແຍກຕ່າງຫາກ.

ຄຸນສົມບັດລູກຫຼິ້ນທີ່ໜ້າສົນໃຈ

ສິ່ງທີ່ປ່ຽນໄປຫຼາຍໃນ Samsung Galaxy J7 Duo ກໍຄື ໃຊ້ລະບົບປະຕິບັດການ Android 8.0 Oreo ພ້ອມກັບໜ້າຈໍການໃຊ້ງານທີ່ເປັນແບບໃໝ່ຄືກັບ Samsung Galaxy S9 ສ່ວນໜ້າແຈ້ງເຕືອນກໍຍັງຄືກັນກັບມືຖືຮຸ່ນໃໝ່ຂອງ Samsung ໃນປີ 2017-2018.

ລູກຫຼິ້ນເດັ່ນໆຂອງເຄື່ອງທີ່ມີມາໃຫ້ ແລະ ຖືວ່າຄຸ້ມຄ່າຫຼາຍສຳລັບສະມາດໂຟນລາຄາ 2,390,000 ກີບ ເປັນຕົ້ນແມ່ນການສະແກນລາຍນິ້ວມືເພື່ອປົດລັອກ ແລະ ການສະແກນໃບໜ້າເພື່ອປົດລັອກ.

ນອກຈາກນັ້ນກໍຍັງມີເຄື່ອງມືຄືກັບທີ່ມີໃນສະມາດໂຟນ Galaxy ຮຸ່ນໃຫຍ່ໆເຊັ່ນ: ການໃຊ້ງານ 2 ແອັບພ້ອມກັນໃນໜ້າຈໍດຽວ (Multi window)ໃຊ້ງານແອັບແຊັດ 2 ບັນຊີໃນເຄື່ອງດຽວSecure Folder ປົກປ້ອງຟາຍທີ່ສຳຄັນຂອງທ່ານ ແລະ ແອັບພື້ນຖານອື່ນໆທີ່ຈຳເປັນ.

ກ້ອງຫຼັງຄູ່ ຖ່າຍໜ້າແຈ້ງຫຼັງມົວໄດ້!

ອີກໜຶ່ງຢ່າງທີ່ຖືວ່າຄຸ້ມຄ່າຫຼາຍສຳລັບ Samsung Galaxy J7 Duo ກໍຄື ມາພ້ອມກັບກ້ອງຫຼັງຄູ່ຄວາມລະອຽດ 13 ລ້ານພິກເຊວ ແລະ 5 ລ້ານພິກເຊວ ເຊິ່ງຖ່າຍຮູບອອກມາໄດ້ດີພໍສົມຄວນ ຖືວ່າເອົາໂຕລອດໄດ້ ສຳລັບມືຖືໃນລາຄານີ້. ຖ້າຕ້ອງການຮູບພາບທີ່ງາມຂຶ້ນ ກໍສາມາດໃຊ້ແອັບ ຫຼື ຟັງຊັນປັບແຕ່ງຮູບເພີ່ມທີ່ມີມາໃຫ້ໃນ Gallery.

ເນື່ອງຈາກມີກ້ອງຄູ່ມາໃຫ້, Samsung Galaxy J7 Duo ຈຶ່ງສາມາດຖ່າຍຮູບແບບໜ້າແຈ້ງຫຼັງມົວ ດ້ວຍຄຸນສົມບັດ Live Focus ຄືກັບມືຖືຮຸ່ນໃຫຍ່ໆໄດ້ເຊັ່ນກັນ ເຊິ່ງຮູບທີ່ອອກມາກໍຖືວ່າໃຊ້ໄດ້.

ສ່ວນກ້ອງໜ້າຂອງ Samsung Galaxy J7 Duo ມີຄວາມລະອຽດ 8 ລ້ານພິກເຊວ ແຖມຍັງມີແຟຼດມາໃຫ້ອີກ ເຮັດໃຫ້ການຖ່າຍພາຍເຊວຟີໃນສະພາບແສງໜ້ອຍອອກມາແຈ້ງໃຊ້ໄດ້ເລີຍ. ເບິ່ງຮູບຖ່າຍຕົວຢ່າງເພີ່ມໃນອາລະບໍ້າດ້ານລຸ່ມສຸດຂອງບົດຄວາມນີ້.

ສຳລັບສາວໆ ຫຼື ໜຸ່ມໆທີ່ມັກຖ່າຍຮູບແລ້ວມີຫູໝາ, ແມວ ຫຼື AR stickers ທີ່ໜ້າຮັກໆເພີ່ມເຂົ້າມາໃນຮູບ, Samsung Galaxy J7 Duo ກໍມີມາໃຫ້ໃຊ້ເຊັ່ນກັນ.

ຄຳສົ່ງທ້າຍ:

Samsung Galaxy J7 Duo ເປັນມືຖືທີ່ເໝາະສຳລັບຄົນທີ່ບໍ່ຢາກຈ່າຍເງິນກັບມືຖືຮຸ່ນໃໝ່ໆທີ່ລາຄາແພງ ແຕ່ຢາກໄດ້ຟັງຊັນທີ່ຄົບຖ້ວນ ເຊິ່ງພາຍໃນຂອງມັນຖືວ່າໜ້າໃຊ້ ທັງຟີເຈີທີ່ໃຫ້ມາ ແລະ ຂະໜາດຂອງໜ້າຈໍທີ່ໃຫຍ່ໃຊ້ໄດ້ ແຖມຍັງມີສິດທິພິເສດຈາກແອັບ Galaxy Gift ຈາກຮ້ານຄ້າຕ່າງໆໃຫ້ຟຣີອີກ.

ລາຄາຂອງ Samsung Galaxy J7 Duo ວາງຂາຍໃນລາວທີ່ 2,390,000 ກີບ ເວົ້າໄດ້ວ່າເປັນຕົວເລືອກໜຶ່ງທີ່ໜ້າສົນໃຈບໍ່ໜ້ອຍເມື່ອເບິ່ງໃນແງ່ຂອງຟັງຊັນທີ່ໃຫ້ມາ.