ຂ່າວໜ້າໜຶ່ງ

ພາກລັດ ແລະ ທຸລະກິດ ຈັດກິດຈະກຳແຂ່ງຂັນກີລາມິດຕະພາບ

     ວັນທີ 18 ກັນຍາ 2020 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮ່ວມກັບທະນາຄານຮ່ວມທຸລະກິດລາວ-ຫວຽດ ຈັດກິດຈະກຳແຂ່ງຂັນກີລາມິດຕະພາບເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກສຳນັກງານນາຍົກລັດຖະມົນຕີ ຕ້ອນຮັບວັນສຳຄັນຂອງພັກ ຂອງຊາດລາວ ແລະ ສະເຫຼີມສະຫຼອງວັນຊາດຫວຽດ ນາມ ຄົບຮອບ 75 ປີ (2/9/1945-2/9/2020) ຂຶ້ນທີ່ເດີ່ນຫຍ້າທຽມເຟີຣາລີ ບ້ານຮ່ອງແກ ເມືອງໄຊເສດຖານະຄອນ ຫຼວງວຽງຈັນ ນຳພາໂດຍທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທ່ານ ຫວງຽນ ດຶກຫວູ ຮອງຜູ້ອຳນວຍການໃຫຍ່ຮ່ວມທຸລະກິດລາວ-ຫວຽດ ສໍາລັບການແຂ່ງຂັນ ມີກີລາບານເຕະຊາຍ ບານເຕະຍິງ ແລະ ກີລາເປຕັງຊາຍ ເຊິ່ງການແຂ່ງຂັນເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ບົນພື້ນຖານຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານສອງປະເທດ ລາວ-ຫວຽດນາມ.