ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຂຶ້ນວັນທີ 20 ສິງຫາ 2021 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ມີບັນດາຮອງນາຍົກລັດຖະມົນຕີ ລັດຖະມົນຕີ ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ທ່ານຮອງເຈົ້າຄອງ ນວ ບັນດາຫົວໜ້າ ຮອງຫົວໜ້າພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ເລຂາພັກບ້ານ ນາຍບ້ານ ແລະ ພະນັກງານຂະແໜງການຕ່າງໆອ້ອມຂ້າງ ນວ ເຂົ້າຮ່ວມ.


 ທ່ານເຈົ້າຄອງ ນວ ໄດ້ຂຶ້ນລາຍງານແຜນຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການປ້ອງກັນ ປາບປາມ ແລະ ແກ້ໄຂບັນຫາຢາເສບຕິດວ່າ: ແຜນການຂອງ ນວ ໃນການຜັນຂະຫຍາຍ ກໍຄືຈັດຕັ້ງປະຕິບັດວາລະແຫ່ງຊາດທັງ 2 ຂໍ້ຂອງລັດຖະບານ ທີ່ສະພາແຫ່ງຊາດຮັບຮອງເອົາໃນມໍ່ໆມານີ້ ໂດຍປະກອບມີ 4 ພາກໃຫຍ່ຄື: ຜົນການສຶກສາຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ນວ ມາດຕະການເພື່ອຜັນຂະຫຍາຍວາລະແຫ່ງຊາດ ໃນການແກ້ບັນຫາເສດຖະກິດ-ການເງິນ ການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການປ້ອງກັນ ປາບປາມ ແລະ ແກ້ໄຂຢາເສບຕິດ ແລະ ວິທີການຈັດຕັ້ງປະຕິບັດ.   


   ໂອກາດນີ້ ທ່ານນາຍົກລັດຖະມົນຕີ ໄດ້ໂອ້ລົມ ກ່ອນອື່ນທ່ານໄດ້ຊີ້ແຈງເຫດຜົນທີ່ສ້າງວາລະແຫ່ງຊາດສອງສະບັບນີ້ຂຶ້ນມາ ກໍເພື່ອຊອກຫາວິທີແກ້ໄຂບັນຫາຕ່າງໆ ເປັນຕົ້ນແກ້ໄຂບັນຫາເສດຖະກິດ ແລະ ຢາເສບຕິດໃຫ້ດີຂຶ້ນແຕ່ນີ້ຮອດປີ 2025 ໂດຍການຕັດສິນໃຈສູງຂອງພັກ-ລັດທີ່ມີການປ່ຽນແປງໄປສູ່ອັນໃໝ່ ລັດຖະບານຈະພາຍາຍາມຮ່ວມມືກັບຂະແໜງການກ່ຽວຂ້ອງ ຈັດຕັ້ງປະຕິບັດແກ້ໄຂບັນຫາດັ່ງກ່າວ ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ການນຳ ນວ ທຸກຂັ້ນ ສຶກສາອົບຮົມແນວຄິດ ແລະ ສ້າງຄວາມເປັນເອກະພາບລະຫວ່າງການນຳ ນວ ແລະ ປະຊາຊົນ ເພື່ອສ້າງຄວາມເຂັ້ມແຂງຢູ່ຂັ້ນທ້ອງຖິ່ນ ຖ້າທຸກບ້ານ ທຸກເມືອງ ມີຄວາມເຂັ້ມແຂງ ນວ ກໍເຂັ້ມແຂງ ພວກເຮົາຈຶ່ງຈະສາມາດຄຸ້ມຄອງລັດ ຄຸ້ມຄອງສັງຄົມໄດ້ດີ ສະເໜີໃຫ້ຄະນະພັກ ອຳນາດການປົກຄອງທຸກຂັ້ນທົ່ວ ນວ ມີຄວາມຮັບຜິດຊອບສູງຕໍ່ກັບພາລະບົດບາດຂອງຕົນຢູ່ແຕ່ລະຂັ້ນ ໃຫ້ເປັນເຈົ້າການບົນພື້ນຖານເຮັດແທ້ທຳຈິງ ສຸມໃສ່ແກ້ວຽກທີ່ຈຸດສຸມສຳຄັນ ຈັດບູລິມະສິດວຽກທີ່ຮີບດ່ວນ ແກ້ໄຂບັນຫາການຮົ່ວໄຫຼງົບປະມານ ສຸມໃສ່ຍູ້ແຮງການຜະລິດພາຍໃນເພື່ອຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ສະແໜີໃຫ້ ນວ ຖືເອົາໂອກາດການລະບາດຂອງພະຍາດໂຄວິດ ທີ່ມີແຮງງານລາວກັບມາແຕ່ຕ່າງປະເທດ ຂຶ້ນທະບຽນແຮງງານ ເພື່ອສະໜອງແຮງງານໃຫ້ພາຍໃນ ແລະ ໃຫ້ປັບປຸງກົນໄກການບໍລິຫານລັດຢູ່ຂັ້ນບ້ານໃຫ້ເຂັ້ມແຂງ.