ວັນທີ 20 ສິງຫາ 2021 ທີ່ປົກຄອງເມືອງຈັນທະບູລີ ທະນາຄານ ຊາຄອມແບັງ ລາວ ສົມທົບກັບຫ້ອງການປົກຄອງເມືອງຈັນທະທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 60 ລ້ານກີບ ໃຫ້ແກ່ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບໜັກຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈໍານວນ 30 ບ້ານພາຍໃນເມືອງຈັນທະບູລີ ຕາງໜ້າມອບຂອງທ່ານ ນາງ ອຸໄລພອນ ໂສເງິນ ສະມາຊິກສະພາບໍລິຫານ ຮອງຜູ້ອໍານວຍການໃຫຍ່ທະນາຄານ ຊາຄອມແບັງ ລາວ ແລະ ຕາງໜ້າຮັບໂດຍທ່ານ ແກ້ວປະເສີດ ໄຊປັນຍາ ຮອງເຈົ້າເມືອງຈັນທະບູລີ ພ້ອມດ້ວຍບັນດາຄະນະການນໍາ ແລະ ພະນັກງານທັງສອງຝ່າຍ ພ້ອມດ້ວຍບັນດານາຍບ້ານແຕ່ລະບ້ານກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

   ທະນາຄານ ຊາຄອມແບັງ ລາວ ຂໍສົ່ງກໍາລັງໃຈ ແລະ ຂໍເປັນສ່ວນໜຶ່ງໃນການແບ່ງເບົາພາລະ ຊ່ວຍເຫຼືອໃຫ້ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຫວັງຢ່າງຍິ່ງວ່າພວກເຮົາທຸກຄົນຈະສາມາດຜ່ານຜ່າວິກິດນີ້ໄປດ້ວຍກັນ.