ວັນທີ 3 ກຸມພາ 2020 ສະຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳຫຼວງພະບາງ ໄດ້ອອກແຈ້ງການເລື່ອງ ຊາຍຊາວຈີນ ຊື່ທ້າວ ຈັງປ່ຽວ (Mr. Zhang Biao) ຈາກນະຄອນຊົງຊິ້ງ (Chongqing) ຖືກກວດພົບວ່າເປັນພະຍາດອັກເສບປອດຈາກເຊື້ອສາຍພັນໃໝ່ ໃນວັນທີ 1 ກຸມພາ, ເຊິ່ງຜູ້ກ່ຽວໄດ້ເດີນທາງເຂົ້າມາລາວ (ດ້ວຍຖ້ຽວບິນ G52805) ພ້ອມກັບຄະນະທົວ ແລະ ເດີນທາງເຖິງນະຄອນຫຼວງວຽງຈັນ ໃນເວລາທ່ຽງຄືນຂອງວັນທີ 26 ມັງກອນ 2020 ກ່ອນຈະເດີນທາງໄປວັງວຽງໃນວັນທີ 27 ມັງກອນ ແລະ ເດີນທາງຮອດຫຼວງພະບາງ ໃນວັນທີ 28 ມັງກອນ. ຫຼັງຈາກນັ້ນໄດ້ເດີນທາງກັບຊົງຊິ້ງ ໃນເວລາທ່ຽງຄືນຂອງວັນທີ 31 ມັງກອນ (ຖ້ຽວບິນ G54856).

ດັ່ງນັ້ນ, ຈຶ່ງແຈ້ງການເຖິງພະແນກການຕ່າງປະເທດ ແລະ ພະແນກສາທາລະນະສຸກແຂວງຫຼວງພະບາງ ຂໍໃຫ້ຝ່າຍລາວກວດກາ ແລະ ເກັບກຳຂໍ້ມູນຕ່າງໆທີ່ Zhang Biao ເຄື່ອນໄຫວໃນໄລຍະທ່ອງທ່ຽວຢູ່ແຂວງຫຼວງພະບາງ  ແລະ ນຳໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມຢ່າງເຂັ້ມງວດ.