ທະນາຄານແຫ່ງ ສປປ ລາວ ອອກແຈ້ງການ ສະບັບເລກທີ 430/ທຫລ ວັນທີ 24 ກັນຍາ 2019 ເຖິງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດ ໃນຂອບເຂດທົ່ວປະເທດ ເລື່ອງ: ການນໍາເອົາປະເພດໃບ 500 ກີບ ສະບັບປັບປຸງໃໝ່ ອອກສູ່ຂອດຈໍລະຈອນ.

ໂດຍອີງຕາມ ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2013; ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1266/ຫສນຍ, ລົງວັນທີ 26 ກໍລະກົດ 2019.

ທະນາຄານແຫ່ງ ສປປ ລາວ ຂໍແຈ້ງມາຍັງ ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະ ຕໍາຫຼວດ ໃນຂອບເຂດທົ່ວປະເທດຊາບວ່າ: ປັດຈຸບັນ ທະນາຄານແຫ່ງ ສປປ ລາວ ໄດ້ປັບປຸງທະນະບັດປະເພດໃບ 500 ກີບ, ຈາກຮູບແບບທີ່ນໍາໃຊ້ໃນຂອດຈໍລະຈອນປັດຈຸບັນຮຸ່ນປີ 1988 ມາເປັນຮູບແບບປັບປຸງໃໝ່ຮຸ່ນປີ 2015 ແລະ ຈະເລີ່ມພິມຈໍາໜ່າຍອອກສູ່ຂອດຈໍລະຈອນໃຫ້ສັງຄົມໄດ້ນໍາໃຊ້ໃນວັນທີ 07 ຕຸລາ 2019, ເຊິ່ງມີລາຍລະອຽດດັ່ງນີ້:

ຄວາມແຕກຕ່າງລະຫວ່າງທະນະບັດປະເພດ 500 ກີບ ຮຸ່ນປີ 1988 ປະເພດ 500 ກີບ ຮຸ່ນປີ 2015 ມີຈຸດທີ່ແຕກຕ່າງກັນຄື: ດ້ານໜ້າໃບທະນະບັດ: ໄດ້ປັບປຸງ “ເຄື່ອງໝາຍຊາດ” ຈາກຮຸ່ນເກົ່າ ມາເປັນຮຸ່ນທີ່ນໍາໃຊ້ປັດຈຸບັນ, ປີພິມຈາກ “1988” ມາເປັນ “2015”; ດ້ານຫຼັງໃບທະນະບັດ: ປັບປຸງຊື່ທະນາຄານ ຈາກ “ທະນາຄານແຫ່ງລັດ” ມາເປັນ “ທະນາຄານແຫ່ງ ສປປ ລາວ” ເພື່ອໃຫ້ສອດຄ່ອງກັບສະພາບໃນປັດຈຸບັນ.

ສ່ວນເຈ້ຍພິມທະນະບັດ ພິມດ້ວຍເຈ້ຍຄຸນນະພາບດີ ຜະລິດຈາກຝ້າຍ 100%, ມີຄວາມແຕກຕ່າງກັບເຈ້ຍທົ່ວໄປ, ເມື່ອເອົາມືສໍາຜັດຈະຮູ້ສຶກຫຍາບ ແລະ ຊາມີຄວາມຄົງທົນຕໍ່ສະພາບອາກາດປຽກຊຸ່ມ.

ລັກສະນະຕ້ານການປອມແປງ: ຮູບລາຍນໍ້າກາດາວ, ຄ້ອນຕີ ແລະ ກ່ຽວ ຝັງຢູ່ໃນເນື້ອເຈ້ຍ ເມື່ອຍົກສ່ອງໃສ່ແສງສະຫວ່າງ ຈະເຫັນໄດ້ຢ່າງຊັດເຈນ ທັງດ້ານໜ້າ ແລະດ້ານຫຼັງ.

ດ້ານໜ້າໃບທະນະບັດ, ເຄື່ອງໝາຍຊາດ ແລະ ສິລະປະລາຍລາວ ເມື່ອສ່ອງໃສ່ແສງໄຟສີມ່ວງ (UV Light) ຈະເຮືອງ ແສງເປັນສີເຫຼືອງອ່ອນ. ສ່ວນສີສັນ, ລວດລາຍ, ຂະຫນາດ ແລະຄຸນລັກສະນະອື່ນໆຍັງຮັກສາໄວ້ຄືເກົ່າ ບໍ່ມີການປ່ຽນແປງ.

ທະນະບັດປະເພດໃບ 500 ກີບ ສະບັບປັບປຸງໃໝ່ຮຸ່ນປີ 2015 ທີ່ພິມຈໍາຫນ່າຍອອກສູ່ຂອດຈໍລະຈອນນີ້ ແມ່ນ ຖືກຕ້ອງຕາມກົດຫມາຍ, ມີຄວາມສາມາດຊື້ໃນຂອບເຂດທົ່ວປະເທດ ໂດຍນໍາໃຊ້ຊໍາລະສະສາງຊື້ສິນຄ້າ ແລະ ບໍລິການ ໄປຄຽງຄູ່ກັບທະນະບັດປະເພດໃບ 500 ກີບ ຮຸ່ນປີ 1988 ທີ່ຈໍລະຈອນໃນປັດຈຸບັນ.

ການນໍາເອົາທະນະບັດ ປະເພດໃບ 500 ກີບ ສະບັບປັບປຸງ ຮຸ່ນປີ 2015 ອອກສູ່ຂອດຈໍລະຈອນໃນຄັ້ງນີ້ຈະບໍ່ມີຜົນ ກະທົບໃດໆຕໍ່ກັບສະຖຽນລະພາບຂອງຄ່າເງິນກີບ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ ແລະຕໍາຫຼວດ ໃນຂອບເຂດທົ່ວປະເທດ ເພື່ອຊາບທົ່ວເຖິງກັນ ແລະຈົ່ງມີສະຕິລະວັງຕົວະບໍ່ໃຫ້ຫຼົງເຊື່ອຕໍ່ການໂຄສະນາຊວນເຊື່ອໃນຮູບແບບຕ່າງໆຂອງຄົນບໍ່ດີ ທີ່ຈະສ້າງຄວາມປັ່ນປ່ວນຢູ່ໃນສັງຄົມ.