ສະຫະລັດອາເມລິກາ ສົ່ງມອບປື້ມສົ່ງເສີມການອ່ານໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ


ແຂວງ ວຽງຈັນສປປ ລາວ  ເພື່ອເປັນການສືບຕໍ່ຊຸກຍູ້ຊ່ວຍເຫຼືອທາງດ້ານການສຶກສາຢ່າງຕໍ່ເນື່ອງໃຫ້ແກ່ ສປປ ລາວ ຂອງ ສະຫະລັດອາເມລິກາທ່ານ ດຣປີເຕີ ເອັມເຮມ໋ອນ ​ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈໍາລາວ ໄດ້ມອບປື້ມສົ່ງເສີມການອ່ານ ສະໜັບສະໜູນໂດຍ ສະຫະລັດອາເມລິກາ ໃຫ້ແກ່ ທ່ານນາງ ດຣດາລາວອນ ກິດຕິພັນຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ທີ່ໂຮງຮຽນປະຖົມສົມບູນ ສະກ້າເມືອງ ໂພນໂຮງແຂວງ ວຽງຈັນໃນວັນທີ 15 ກັນຍາ, 2020. ເຊິ່ງງານດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 100 ທ່ານ ກວມເອົາບັນດາຜູ້ຕາງໜ້າຈາກ ກະຊວງສຶກສາທິການ ແລະ ກິລາບັນດາຄູອາຈານ ແລະ ນັກຮຽນ ເພື່ອເປັນການສະເຫຼີມສະຫຼອງ ວັນສາກົນແຫ່ງການລົບລ້າງການກືກໜັງສື

ພິທີມອບຮັບໃນຄັ້ງນີ້ປະກອບມີປຶ້ມນິທານສໍາລັບຊັ້ນຫ້ອງກຽມປະຖົມ ຈໍານວນ 29,000 ເຫຼັ້ມຈະໄດ້ຖືກແຈກຢາຍ ໄປທີ່ຫ້ອງກຽມປະຖົມຈໍານວນ 227 ຫ້ອງໃນສົກຮຽນ 2020-2021 ນີ້ຈະມີອຸປະກອນປຶ້ມນິທານທັງໝົດ 81,000 ເຫຼັ້ມ ເຊິ່ງ ຈະໄດ້ຖືກຈັດສົ່ງໄປໂຮງຮຽນປະຖົມທັງໝົດ 584 ໃນສີ່ແຂວງເປົ້າໝາຍ ດ້ວຍທຶນຊ່ວຍເຫຼືອລ້າ ຈາກ ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ ຫຼື USAID.  

ທ່ານທູດ ເຮມ໋ອນ ໄດ້ກ່າວວ່າການສົ່ງມອບໃນມື້ນີ້ເປັນການຢືນຢັນເຖິງຄວາມມຸ່ງໝັ້ນ ແລະ ເປົ້າໝາຍຮ່ວມກັນພາຍໃຕ້ສາຍພົວພັນການຮ່ວມມືຮອບດ້ານລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວໂດຍມີຈຸດປະສົງເພື່ອເປັນການຊຸກຍູ້ປັບປຸງຜົນໄດ້ຮັບຂອງການອ່ານ ແລະ ການສຶກສາຂັ້ນພື້ນຖານສໍາລັບເດັກນ້ອຍທຸກໆຄົນໃນລາວ ພ້ອມທັງເປັນການສົ່ງເສີມການສຶກສາແບບມີສ່ວນຮ່ວມພວກເຮົາມີຄວາມພູມໃຈທີ່ໄດ້ສືບຕໍ່ສະໜັບສະໜູນ ຊັບພະຍາກອນທີ່ຍິ່ງໃຫຍ່ທີ່ສຸດຂອງປະເທດລາວກໍ່ຄື ເດັກນ້ອຍລາວ.   

ມາຮອດປັດຈຸບັນສະຫະລັດອາເມລິກາໄດ້ມີການລົງທຶນຫຼາຍກ່ວາ 120 ລ້ານໂດລາ ໃນການປັບປຸງການສຶກສາຂັ້ນພື້ນຖານໃນ ສປປ ລາວ ໂດຍຜ່ານໂຄງການລິເລີ່ມຕ່າງໆລວມທັງ ໂຄງການຮຽນອ່ານໂຄງການຮຽນອ່ານ ແມ່ນໄດ້ຮັບທຶນສະໜັບສະໜູນຈາກ USAID ແລະ ຖືກຈັດຕັ້ງປະຕິບັດໂດຍ ອົງການຊ່ວຍເຫຼືອເດັກສາກົນ ປະຈໍາລາວ ຜ່ານການຮ່ວມມືຢ່າງໃກ້ຊິດກັບ ກະຊວງສຶກສາທິການ ແລະ ກິລາ ໃນການປັບປຸງທັກສະການອ່ານຂອງນັກຮຽນຈໍານວນ 65,313 ຄົນ ຢູ່ຕາມໂຮງຮຽນ 850 ແຫ່ງໃນແຂວງ ອັດຕະປືຈຳປາສັກວຽງຈັນແລະ ຊຽງຂວາງໂຄງການຮຽນອ່ານ ຈະຊ່ວຍປັບປຸງຂະແໜງການອ່ານ ແລະ ຄວາມພ້ອມທາງດ້ານການອ່ານ ໂດຍຜ່ານການສະໜອງປື້ມນິທານ ແລະ ອຸປະກອນສົ່ງເສີມການຮຽນການສອນການຝຶກອົບຮົມ ແລະ ຊຸກຍູ້ສະໜັບສະໜູນຄູອາຈານ ແລະ ການມີສ່ວນຮ່ວມຂອງຊຸມຊົນເພື່ອຊ່ວຍໃຫ້ພໍ່ແມ່ ແລະ ຜູ້ປົກຄອງຊຸກຍູ້ສະໜັບສະໜູນການສຶກສາຂອງລູກຫຼານຂອງພວກເຂົາ.

ນອກຈາກການສະໜອງອຸປະກອນການຮຽນລັດຖະບານສະຫະລັດອາເມລິກາຍັງສືບຕໍ່ ໂຄງການສົ່ງເສີມການຮຽນຮູ້ໜັງສື ແລະ ອາຫານທ່ຽງໃນໂຮງຮຽນ ທີ່ໄດ້ຮັບທຶນສະໜັບສະໜູນຈາກ ກະຊວງກະສິກໍາຂອງ ສະຫະລັດອາເມລິກາແລະ ຈັດຕັ້ງປະຕິບັດໂດຍ ອົງການ CRS ແລະ ອົງການອາຫານໂລກໂຄງການສົ່ງເສີມການຮຽນຮູ້ໜັງສື ແລະ ອາຫານທ່ຽງໃນໂຮງຮຽນ ຂອງສະຫະລັດອາເມລິກາ ແມ່ນຈະຊ່ວຍປັບປຸງທັກສະການຮູ້ໜັງສື ແລະ ຫຼັກການປະຕິບັດດ້ານອາຫານການກິນຂອງນັກຮຽນໃນຫຼາຍກວ່າ 1700 ໂຮງຮຽນໃນທົ່ວສປປ ລາວ.

ສະຫະລັດອາເມລິກາ ຍັງໄດ້ຮ່ວມມື ກັບ ສປປ ລາວ ໃນຂະແໜງການອື່ນໆ ເພື່ອປັບປຸງສຸຂະພາບ ແລະ ໂພຊະນາການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນສ້າງຄວາມເຂັ້ມແຂງດ້ານກົດໝາຍ ແລະ ຕ້ານການຄ້າມະນຸດ.