ຄົນລາວຜູ້ໄດ້ຮັບເຄາະຮ້າຍ ໃນຄະດີສໍ້ໂກງ ທີ່ເຊື່ອມໂຍງກັບຄົນຕ່າງປະເທດ ສິ້ນຫວັງທີ່ຈະໄດ້ຮັບຄວາມຍຸຕິທໍາ

ບໍລິສັດແມັກກີສະເຕໂບ ເວີລ໌ດວາຍ ໂຊລ (Maxkey Stable Worldwide Sole, Ltd.)

ການດໍາເນີນຄະດີຊັກຊ້າແລະຄຸມເຄືອມາໄດ້ເກືອບ 3 ປີແລ້ວ ຜູ້ໄດ້ ຮັບເຄາະຮ້າຍ ຫລາຍ
ກວ່າ 2,640 ຄົນ ທີ່ຖືກນັກລົງທຶນຕ່າງປະເທດ 3 ຄົນ, ແລະຜູ້ອໍານວຍການ ບໍລິສັດແມັກກີ
ສະເຕໂບ ເວີລ໌ດວາຍ ໂຊລ (Maxkey Stable Worldwide Sole, Ltd.) ພ້ອມດ້ວຍພັກ
ພວກທີ່ເປັນຄົນລາວທັງໝົດ 7 ຄົນຫລອກລວງເອົາເງິນໄປນັ້ນ ມີຄວາມໝົດຫວັງ ທີ່ຈະໄດ້
ຮັບຄວາມເປັນທໍາ ໃນການຊົດເຊີຍ ຜົນເສຍຫາຍ ຂອງເຂົາເຈົ້າເລີຍ. ເຖິງແມ່ນວ່າຈະມີ
ການຕັດ ສິນໂດຍສານປະຊາຊົນຢູ່ໃນສານຂັ້ນຕົ້ນມາຕັ້ງແຕ່ຕົ້ນປີ 2017 ແລ້ວວ່າພວກ
ກ່ຽວກະທໍາຜິດແລະຕ້ອງຈ່າຍເງິນຄືນໃຫ້ແກ່ເຂົາເຈົ້າກໍຕາມ ແຕ່ຄະດີດັ່ງກ່າວກໍຍັງບໍ່ມີ
ຮ່ອງຮອຍວ່າ ຈະຈົບລົງເມື່ອໃດ ແລະບໍ່ມີວີ່ແວວເລີຍວ່າຜູ້ເຄາະຮ້າຍຈະໄດ້ຮັບເງິນ ຄືນ
ຫລືບໍ່. ລາຍລະອຽດຈະເປັນຢ່າງໃດນັ້ນ ກິ່ງສະຫວັນມີລາຍງານເລື້ອງນີ້ ຈາກນັກຂ່າວ
ຂອງເຮົາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ປັນເວລາໄດ້ 3 ປີ ກວ່າໆມາແລ້ວ ທີ່ເລີ້ມມີການຟ້ອງຮ້ອງຄະດີໃຫຍ່ລະດັບປະເທດຕໍ່ບໍ
ລິສັດ ແມັກກີ ສະເຕໂບ ເວີລ໌ດວາຍໂຊລ (Maxkey Stable Worldwide Sole, Ltd.).
ຄະດີດັ່ງກ່າວໄດ້ຖືກໄຕ່ສວນແລະຕັດສິນໂດຍສານປະຊາຊົນນະຄອນຫຼວງວຽງຈັນໃນ
ເດືອນກຸມພາ ປີ 2017 ວ່າ ຜູ້ອໍານວຍການບໍລິສັດດັ່ງກ່າວທີ່ເປັນຄົນລາວ 2 ຄົນ ພ້ອມ
ດ້ວຍພັກພວກໃນບໍລິສັດອີກ 5 ຄົນຖືກຕັດສິນຈໍາຄຸກ ແລະໃຫ້ຊົດໃຊ້ເງິນຄືນໃນຈໍານວນ
ທັງໝົດ ເກືອບຮອດ 17 ລ້ານໂດລາສະຫະລັດ ແກ່ພວກທີ່ຖືກຫລອກລວງເອົາເງິນໄປ
ຝາກຈໍານວນຫລາຍກວ່າ 2,640 ຄົນ. ແຕ່ປາກົດວ່າຄະດີນີ້ບໍ່ໄປ ບໍ່ມາທາງໃດເລີຍ ເພາະ
ຈໍາເລີຍໄດ້ອຸທອນຕໍ່ໄປຫາສານພາກກາງຂອງປະເທດ.

ໃນເບື້ອງຕົ້ນບໍລິສັດດັ່ງກ່າວລົງທະບຽນເປັນບໍລິສັດທີ່ດໍາເນີນການເປັນທີ່ປຶກສາການ
ລົງທຶນ ທຸກດ້ານ ຊຶ່ງເລີ້ມດໍາເນີນການໃນປີ 2013 ເປັນຕົ້ນມາ ໂດຍມີຜູ້ຈັດການເປັນຄົນ
ສັນຊາດລາວ ຊື່ທ່ານອະນຸພົງ ກິດທິສັກ ແລະ ຜູ້ອໍານວຍການຊື່ ຕູ່ປໍຢາງ ລືໄຊ ສັນຊາດ
ມາເລເຊຍ ຊຶ່ງໄດ້ກັບໄປຢູ່ສິງກະໂປ ເມື່ອດໍາເນີນທຸ ລະກິດມາຮອດໄລຍະນຶ່ງ. ມາຮອດ
ກາງປີ 2014 ບໍລິສັດດັ່ງກ່າວ ໄດ້ມີການຂະຫຍາຍ ແລະແບ່ງເປັນ 2 ບໍລິສັດຄື ແມັກກີ 1
ຫລື ALC ຊຶ່ງຜູ້ອໍານວຍຊື່ ທ້າວ ສົມປະສົມ ໄຊຍະວົງ ແລະແມັກກີ 2 ຫລື ALK ຊຶ່ງຜູ້ອໍ
ານວຍຊື່ ທ້າວຮົ່ມເມືອງ ອະນຸໄທ. ທັງສອງບໍລິສັດໄດ້ເຊົ່າຢູ່ຊັ້ນທີ 3 ຂອງຕືກ ພຣີມຽມ,
ບ້ານເພຍວັດ, ນະຄອນຫລວງວຽງຈັນ. ນອກນັ້ນ ຍັງມີຜູ້ ຈັດການບໍລິຫານຂອງ 2 ບໍລິສັດ
ນີ້ທີ່ມີສັນຊາດມາເລເຊຍອີກ 2 ຄົນ. ກິດຈະການຕົ້ນຕໍ ຄືການລະດົມທຶນເພື່ອເອົາເງິນມາ
ຊື້ຂາຍໃນຕະຫລາດໂລກ ຕະຫລາດເງິນຕາຕ່າງປະເທດ, ຄໍາອື່ນໆໂດຍອ້າງວ່າມີສາຂາ
ຢູ່ປະເທດໄທ, ລາວ, ກໍາປູເຈຍ, ຫວຽດນາມ , ບຣູໄນແລະ ມີສໍານັກງານໃຫຍ່ ຢູ່ປະເທດ ສິງກະໂປ. ລັກສະນະການລະດົມທຶນແມ່ນເປັນແບບຕ່ອງໂສ້ ຄືເອົາເງິນຄົນໃໝ່ຈ່າຍໃຫ້
ຄົນເກົ່າໂດຍສະເໜີດອກເບ້ຍໃນອັດຕາສູງກວ່າທະນະຄານ. ຕົກມາກາງປີ 2015, ການ
ລົງ ທຶນຫລຸດລົງ ຈຶ່ງບໍ່ສາມາດເອົາເງິນມາສະໜອງດອກເບ້ຍ ໃຫ້ຄົນເກົ່າໄດ້. ຈາກ ນັ້ນ
ໃນຕົ້ນປີ 2016 ຈຶ່ງມີການເລີ້ມທະຍອຍ ການຟ້ອງຮ້ອງກັນທີ່ໄປຍັງສານ ຂັ້ນຕົ້ນກໍຄືສານນະຄອນຫລວງວຽງຈັນທີ່ຕັດສິນໃນຕົ້ນປີ 2017 ວ່າພວກກ່ຽວ ມີຄວາມຜິດ ແລະໃຫ້ຊົດ
ເຊີຍຄ່າເສຍຫາຍໃຫ້ແກ່ໂຈດຄືນ. ຜູ້ອໍານວຍການທັງສອງກໍຄືທ້າວ ສົມປະສົມ ໄຊຍະວົງ
ແລະທ້າວຮົ່ມເມືອງ ອະນຸໄທ ລວມທັງພັກພວກອີກ 5 ຄົນຖືກຈັບ. ສ່ວນຜູ້ຈັດການຄົນຕ່າງ
ປະເທດທັງ 2 ຄົນ ທີ່ເປັນຄົນສັນຊາດມາເລເຊຍ ໄດ້ຫອບເງິນໜີ ໂດຍບໍ່ມີ ຮ່ອງຮອຍ ແລະ
ຂ່າວຄາວຫຍັງກ່ຽວກັບພວກກ່ຽວເລີຍຈົນມາເຖິງມື້ນີ້.

ສະພາບການນີ້ ໄດ້ສ້າງບັນຫາອັນໜັກໜ່ວງ ຕໍ່ປະຊາຊົນທີ່ຕົກເປັນເຫຍື່ອຂອງການສໍ້
ໂກງນີ້. ນຶ່ງໃນນັ້ນກໍຄືປະຊາຊົນຜູ້ນຶ່ງທີ່ຖືກເສຍຫາຍໃນນະຄອນຫຼວງວຽງຈັນ ທີ່ເປັນພະ
ນັກງານອິດສະຫລະການຕະຫລາດ ໃຫ້ແກ່ບໍລິສັດດັ່ງກ່າວ ທີ່ໄດ້ ເອົາເງິນຕົນເອງເງິນພີ່
ນ້ອງ ແລະລະດົມເອົາເງິນຈາກລູກຄ້າຫລາຍຄົນ ໄປຝາກບໍລິສັດນີ້ປະມານ 6 ແສນກວ່າ
ໂດລາ ເວົ້າດ້ວຍຄວາມໝົດຫວັງວ່າ :

“ເອີກະຈັ່ງວ່າມັນກະມິດເດ ບໍ່ເຫັນເຂົາແຈ້ງການຫຍັງມາ ມີແຕ່ຂ່າວອ້າຍຕຸກຫັ້ນລະຕາຍ
ເຈົ້າສົ່ງມາໃຫ້ເບິ່ງລະມິດຢູ່ເລີຍ.ປົກກະຕິເຂົາກະແຈ້ງທາງເຟສບຸກນໍາໂທລະໂຄ່ງນໍາ
ABC ນິວຫັ້ນຕິ, ບໍ່ ບໍ່ຊົງດອກບໍ່ຄອງມັນເທາະ ຫາໄປເລື້ອຍໆ, ປ້າຂ້ອຍກະສີ່ແສນປາຍ
ພຸ້ນນະສີ່ແສນເບາະ ຫຼືຫົກແສນປາຍພຸ້ນນະ. ຂ້ອຍເຮືອນຂ້ອຍກະແສນ ແສນຊາວບວກ
ໃສ່ພີ່ນ້ອງກະປະມານສອງແສນ ກະຊິມານໍາເຮັດຫຍັງເຮົາກະເສຍນໍາກະນໍາໆສານພຸ້ນ
ລະ, ມັນກະມິດໝົດເດ ເອຊຽນເຟສ ແມ໊ກກີ ນໍ້າດື່ມລາວ ມັນກະມິດລະເດ.”

ຄົນທີ່ຊື່ຕຸກ ທີ່ຜູ້ກ່ຽວກ່າວເຖິງນັ້ນ ໝາຍເຖິງ ທ້າວສົມປະສົມ ໄຊຍະວົງ ທີ່ຖືກຈັບ ແລະເສຍ
ຊີວິດຢູ່ໃນຄຸກຍ້ອນການເປັນພະຍາດ. ປະຊາຊົນທີ່ໄດ້ຮັບເຄາະທ່ານນີ້ ບອກວ່າ ສາເຫດ
ຕົ້ນຕໍກໍແມ່ນມາຈາກການປະຕິບັດງານຂອງຂະແໜງຍຸຕິທໍາບໍ່ມີ ປະສິດທິພາບ, ຊັກຊ້າ
ແລະບໍ່ໃຫ້ຄວາມກະແຈ້ງແກ່ຜູ້ໄດ້ຮັບເຄາະຮ້າຍ ຫລື ໂຈດ ເທົ່າທີ່ຄວນ. ຜູ້ກ່ຽວສົມທຽບຄະ
ດີນີ້ໃສ່ກັບຄະດີ ຂອງບໍລິສັດ ພີເອັສ (PS) ທີ່ເປັນຄະດີທີ່ສໍ້ໂກງ ຊັບພົນລະເມືອງຂະໜາດ
ໃຫຍ່ ລະດັບຊາດອີກອັນນຶ່ງທີ່ຫລອກລວງເອົາເງິນປະຊາຊົນຈໍານວນນຶ່ງໄປເຖິງຈະຕັດສິນ
ຄະດີແລ້ວກໍບໍ່ມີການຊົດໃຊ້ເງິນແກ່ຜູ້ຖືກເສຍຫາຍແຕ່ຢ່າງໃດເລີຍ ຊຶ່ງທ່ານກ່າວດັ່ງ ນີ້:

“ມັນກະຕັດສິນເທື່ອຢູ່ແຖວເຂດຄູວຽງ (ສານນະຄອນຫລວງ) ມັນກະສົ່ງມາສານພາກກາງ
ເຮົາກະເຄີຍໄປກວດຢູ່ສານພາກກາງຢູ່ເຂດເມືອງນ້ອຍຕອນນັ້ນຂ້ອຍໄປ ຫລື ເມືອງຫຍັງ
ແຖວໂນນຫວາຍ, ໝົດຊຸດນີ້ເຂົາກະລົບລ້າງ ແນວອີ່ນາຍຈິດມັນກະໄປຂໍອຸທອນ ອຸທອນ
ຕະຫລອດມັນກະໝົດ. ມັນກະຕໍ່ບໍ່ໄດ້ແລ້ວ ໝົດເທົ້ານີ້ແລ້ວມັນກະຕໍ່ບໍ່ໄດ້ແລ້ວ ກະມີແຕ່
ຕັດສິນເທົ່ານັ້ນ ລະປານໃດມັນຈັ່ງຊິຮອດລົບລ້າງແລ້ວກະຖືວ່າສູງສຸດແລ້ວ, ບໍ່ມີເງິນໃຫ້
ເຂົາລະບໍ່ມີຜູ້ເຮັດວຽກ ກະເບິ່ງ ບໍລິສັດ PS ຫັ້ນເດ ອາຄານເຂົາຕຶກໂຮງງານເຂົາ ພວກ
ເຮືອນແພເຂົາບັກຫລາຍໆກະໂດກຖີ້ມ, ຈົມນໍ້າຖິ້ມລ້າໆ ເຄື່ອງຈັກເຂົາແມ່ນຫຍັງຢູ່ໃນ
ຄົນລັກເຂົາໝົດແລ້ວ, ເອີ ຄັນເຂົາເລັ່ງໆແຕ່ກີ້ມັນກະແລ້ວ.”

ທາງວີໂອເອ ກໍໄດ້ສໍາພາດ ກັບຈ່າສານໃນສານພາກກາງ ຊຶ່ງເປັນສານຮັບການອຸທອນ
ຈາກການຕັດສິນຈາກສານນະຄອນຫຼວງວຽງຈັນ ແລະຈາກແຂວງຕ່າງໆ ໃນພາກກາງ
ຂອງລາວ. ທ່ານໃຫ້ຄໍາເຫັນຕໍ່ສະພາບຄະດີຂອງບໍລິສັດດັ່ງກ່າວວ່າ:

“ບັນຫາຄະດີແມ໊ກກີ ແມ່ນພວກເຮົາໄດ້ສົ່ງໄປແຕ່ເດືອນທີ 1 ເດືອນທີ 2 ເດືອນທີ 3 ນີ້
ເບາະບໍ່ໄດ້ຢູ່ສານພາກກາງລະໄດ໋, ບາງເທື່ອເພີ່ນບໍ່ຄົ້ນໃຫ້ຕິ ຄິດວ່າຢູ່ ມັນຢູ່ສານນະ
ຄອນຫຼວງລະຫວ່າງເດືອນ 3 ເດືອນ 4 ບໍ່ຈື່ ຄະດີມັນຫຼາຍໆ ຄັນມີເວລາກະສາມາດມາ
ກວດເອົາສະໂນດນໍາສົ່ງ ໄປຖາມນໍາສານນະຄອນຫລວງເລີຍ ເພາະວ່າພວກເຮົາໄດ້
ສົ່ງໄປສານນະຄອນຫຼວງແລ້ວ.”

ທ່ານອະທິບາຍເພີ້ມອີກວ່າ: “ກ່ຽວກັບຂະບວນການຂັ້ນຕອນໂຕນີ້ມັນກະໄປຕາມຂັ້ນຕອນ
ໃດ ມັນເປັນຄະດີໃຫຍ່ ພວກເຮົາຕ້ອງໄດ້ຄົ້ນຄ້ວາຢ່າງລະອຽດຄັກແນ່ ທາງເຮົາໄດ້ສົ່ງໄປ
ໃຫ້ສານນະຄອນຫລວງ ແຕ່ດົນແລ້ວນະ. ຄະດີອັນນີ້ ສານຂັ້ນຕົ້ນ ຈະຂໍອຸທອນມາຫາສານພາກ, ຖ້າສານພາກຕັດສິນໄປ ຖ້າເຫັນວ່າຍັງບໍ່ທັນຖືກຕ້ອງ ຂາດບັນຫາໃດນຶ່ງ ທາງສານ
ພາກຈະລົບລ້າງ ສົ່ງໄປສານນະຄອນຫລວງພິຈາລະນາຄືນ ໃໝ່ ແລະຫຼັງຈາກສານນະ
ຄອນຫລວງຕັດສິນໃໝ່ແລ້ວ ຫາກຄູ່ຄວາມຝ່າຍໃດນຶ່ງຍັງບໍ່ພໍໃຈ ແລະກະຂໍໃຫ້ກັບມາ
ສານພາກຄືເກົ່າ. ເມື່ອສານພາກພິຈາລະນາຕັດສິນຫາກພໍໃຈແລ້ວກໍຈະຈົບພ້ອມລົບລ້າງ
ໄດ້ເລີຍ ແຕ່ຂະນະດຽວກັນ ຖ້າຫາກຍັງບໍ່ພໍໃຈແມ່ນທາງສານພາກຈະສົ່ງຂຶ້ນສານສູງຕື່ມ.”

ສະຫລຸບແລ້ວ ບັນດາຜູ້ໄດ້ຮັບເຄາະຮ້າຍຈາກຄະດີສໍ້ໂກງດັ່ງກ່າວນີ້ບໍ່ມີຄວາມ ເຊື່ອໝັ້ນ
ວ່າ ຕົນຈະໄດ້ຮັບຄວາມຍຸຕິທໍາເລີຍ. ສະພາບການນີ້ແມ່ນຄ້າຍຄືກັນ ກັບຜົນການສໍາ
ຫລວດທັດສະນະຂອງປະຊາຊົນ ກ່ຽວກັບການເຂົ້າເຖິງຄວາມ ຍຸຕິທໍາຢູ່ໃນ 4 ແຂວງຄື:
ອຸດົມໄຊ, ວຽງຈັນ, ຄໍາມ່ວນ, ແລະເຊກອງທີ່ດໍາເນີນໂດຍ ອົງການສະຫະປະຊາຊາດເພື່ອ
ການພັດທະນາ ຫລື UNDP ປະຈໍາລາວໃນປີ 2011 ຊຶ່ງພົບວ່າ “ເຖິງແມ່ນປະຊາຊົນເຂົ້າ
ໃຈເຖິງສິດຂອງພວກເຂົາເຈົ້າ, ຮູ້ຈັກວິທີໃນການນໍາໃຊ້ສິດດ່ັງກ່າວ ແລະສາມາດນໍາໃຊ້
ສິດນັ້ນໄດ້. ແຕ່ແນວ ໃດກໍຕາມຄວາມຕ້ອງການຂອງເຂົາເຈົ້າໃນການນໍາໃຊ້ສິດ ອາດຈະ
ໄດ້ຮັບຜົນກະທົບຈາກຄວາມເຊື່ອຫມັ້ນ ໃນລະບົບການແກ້ໄຂຂໍ້ຂັດແຍ່ງ ເປັນຕົ້ນແມ່ນ
ທັດສະນະຂອງພວກເຂົາເຈົ້າກ່ຽວກັບຄວາມເປັນໄປໄດ້ໃນການໄດ້ຮັບຄວາມຍຸຕິທໍາ.