ເຕັກໂນໂລຊີການສື່ສານໃນ ສປປ ລາວ ມີການຂະຫຍາຍຕົວຂຶ້ນ

altເມື່ອເວົ້າເຖິງເລື່ອງເຕັກໂນໂລຊີຂໍ້ມູນຂ່າວສານ ຫຼື ໄອທີ (IT) ຢູ່ ສປປ ລາວ ເຮົາແມ່ນຍິ່ງນັບມື້ນັບຂະ ຫຍາຍຕົວ

ຂຶ້ນໂດຍສະເພາະແມ່ນເຄື່ອງມືການສື່ສານປະເພດ ໂທລະສັບມືຖື, ແທັບເລັດ ແລະ ອື່ນໆ ໄດ້ມີການແຂ່ງຂັນກັນ ໃນການນໍາສະເໜີຄວາມທັນສະໄໝ ແລະ ແຂ່ງຂັນກັນທາງດ້ານການຕະຫຼາດ. ພ້ອມດຽວກັນ ຍັງມີການແຂ່ງຂັນ ກັນທາງດ້ານໂທລະຄົມການສື່ສານທາງເຄື່ອຂ່າຍໂທລະສັບ, ອິນເຕີເນັດ ຢ້າງກວ້າງຂວາງ.

          ສປປ ລາວ ແມ່ນໜຶ່ງໃນປະເທດສະມາຊິກປະຊາຄົມເສດຖະກິດ ອາຊຽນ ທີ່ມີການຂະຫຍາຍຕົວທາງ ດ້ານເສດຖະກິດ-ສັງຄົມ ນັບມື້ນັບສູງຂຶ້ນ ລວມເຖິງເລື່ອງເຕັກໂນໂລຊີການສື່ສານ ຊຶ່ງໃນປັດຈຸບັນເຫັນວ່າ ມີທ່າ ອ່ຽງນັບມື້ນັບຂະຫຍາຍຕົວສູງຂຶ້ນ. ໂທລະສັບມືຖື ເປັນໜຶ່ງໃນເຕັກໂນໂລຊີທີ່ກໍາລັງມີການແຂ່ງຂັນກັນ ແລະ ຕີຕະ ຫຼາດໃນ ສປປ ລາວ ບໍ່ວ່າຈະເປັນທາງດ້ານຄວາມທັນສະໄໝ, ຄວາມທົນທານ ແລະ ການບໍລິການຫຼັງ ການຂາຍ ເພື່ອຮັບປະກັນໃຫ້ແກ່ລູກຄ້າ. ການຂະຫຍາຍຕົວດັ່ງກ່າວຈຶ່ງເຮັດໃຫ້ ສປປ ລາວ ເຮົາມີບົດບາດຫຼາຍໃນການນໍາໃຊ້ ເຕັກໂນໂລຊີການສື່ສານ ຈຶ່ງເຮັດໃຫ້ບັນດາບໍລິສັດຍັກໃຫຍ່ຕ່າງໆ ຕ່າງກໍຫັນເຂົ້າຫາຕະຫຼາດລາວ ເຖິງຈະເປັນຕະ ຫຼາດທີ່ນ້ອຍ ແຕ່ເມື່ອທຽບຈຳນວນຜູ້ໃຊ້ຕົວຈິງແມ່ນມີຫຼາຍ ສະນັ້ນ, ໂທລະສັບມືຖືທີ່ນໍາເຂົ້າ ສປປ ລາວ ເຮົາຈຶ່ງ ມີການພັດທະນາລະບົບພາສາລາວ ແລະ ແອບພຣິເຄເຊີນ (Application) ຂຶ້ນຢ່າງຫຼວງຫຼາຍ. ຄຽງຄູ່ກັນນັ້ນ ການບໍລິການເຄື່ອຂ່າຍໂທລະສັບ, ອິນເຕີເນັດ ກໍໄດ້ມີ ການຂະຫຍາຍຕົວເຊັ່ນດຽວກັນ.

          ມື້ນີ້ ຜູ້ຂຽນໄດ້ມີໂອກາດລົງຢ້ຽມຢາມຕະຫຼາດໂທລະສັບມືຖື ໃນຂອບເຂດນະຄອນຫຼວງວຽງຈັນ ຊຶ່ງເຈົ້າຂອງຮ້ານໄດ້ໃຫ້ສຳພາດກັບທີມຂ່າວ ວິທະຍາສາດ ແລະ ການພັດທະນາ ວ່າ: ປັດຈຸບັນ ໂທລະສັບມືຖືເປັນອີກໜຶ່ງຜະລິດຕະພັນທາງດ້ານເຕັກໂນໂລຊີ ທີ່ມີຄົນນໍາໃຊ້ຫຼາຍທີ່ສຸດ ເມື່ອທຽບໃສ່ປີຜ່ານມາ, ລູກຄ້າສ່ວນຫຼາຍ ແມ່ນເນັ້ນໃສ່ໂທລະສັບທີ່ໄດ້ມາດຕະຖານ, ລາຄາພໍຟັງ, ມີການບໍລິການຫຼັງການຂາຍ ຊຶ່ງສັງເກດເຫັນວ່າ ປັດຈຸບັນ ແມ່ນມີຫຼາຍບໍລິສັດທີ່ເຂົ້າມາຕັ້ງສູນຈໍາໜ່າຍ ແລະ ບໍລິການຫຼັງການຂາຍ ຢ່າງຫຼວງຫຼາຍ. ການພັດທະນາທາງດ້ານເຕັກໂນໂລຊີໂທລະສັບມືຖືທີ່ນຳເຂົ້າມາ ສປປ ລາວ ເຮົາ ແມ່ນມີການພັດທະນາຫຼາຍຂຶ້ນ ໂດຍສະເພາະ ການພັດທະນາລະບົບພາສາລາວໃນໂທລະສັບມືຖື, ການພັດທະນາທາງດ້ານແອບພຣິເຄເຊີນທີ່ເປັນພາສາລາວ ແລະ ອື່ນໆ.

          ດັ່ງທີ່ບັນດາທ່ານຮູ້ນໍາກັນແລ້ວວ່າ ໂທລະສັບມືຖື ໄດ້ກາຍເປັນເຄື່ອງມືທີ່ໃຊ້ເຂົ້າໃນປະຈໍາໃນຊີວິດປະຈໍາວັນຂອງຄົນເຮົາໄປແລ້ວ ເຖິງຢ່າງໃດກໍຕາມ ສປປ ລາວ ເຮົາ ຍັງບໍ່ມີບໍລິສັດໃດ ທີ່ມາຕັ້ງຖານການຜະລິດກ່ຽວເຕັກໂນໂລຊີກ່ຽວກັບມືຖື ແຕ່ກໍໄດ້ມີການພັດທະນາແອບພຣິເຄເຊີນຈາກຄົນລາວເອງນັບມືນັບຫຼາຍຂຶ້ນ ຊຶ່ງ ການພັດທະນາດັ່ງກ່າວນີ້ ຈະກາຍເປັນຈຸດເລີ່ມຕົ້ນໃນການພັດທະນາເຕັກໂນໂລຊີການສື່ສານຂອງ ສປປ ລາວ ໃນຕໍ່ໜ້າ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ໃນອາ ນາຄົດ.