ສປປ ລາວ ຕິດອັນດັບທີ 9 ຂອງຈໍານວນຜູ້ຫຼິ້ນ Facebook ໃນອາຊຽນ

aec2-1024x508ເມື່ອເວົ້າເຖິງສັງຄົມອ່ອນລາຍ (Social media) ຫຼາຍທ່ານຄົງຮູ້ຈັກກັນດີກັບຊື່ນີ້ "Facebook", ສປປ ລາວຖື

ເປັນອີກປະເທດໜຶ່ງທີ່ນິຍົມໃຊ້ສື່ສັງຄົມອ່ອນລາຍໃນການຕິດຕໍ່ພົວພັນ ສື່ສານເຊິ່ງກັນ ແລະ ກັນ ຢ່າງຫຼວງຫຼາຍ ຊຶ່ງລະບົບດັ່ງກ່າວໄດ້ກາຍເປັນສ່ວນໜຶ່ງທີ່ຕິດພັນກັບຊີວິດການເປັນຢູ່ຂອງສັງຄົມຢ່າງບໍ່ຮູ້ໂຕ. ສະນັ້ນ, ເພື່ອເປັນ ການຮັບຮູ້ຂໍ້ມູນຂ່າວສານ ແລະ ສະພາບການນໍາໃຊ້ Facebook ໃນ ສປປ ລາວ ກໍຄືບັນດາປະເທດສະມາຊິກ ອາຊຽນ ແລະ ທົ່ວໂລກ ມີຈໍານວນເພີ່ມຂຶ້ນ ຫຼື ຫຼຸດລົງ ຫຼາຍປານໃດ, ມື້ນີ້ ຜູ້ຂຽນເລີຍເກັບກໍາຂໍ້ມູນ ສະຖິຕິຈໍາ ນວນຜູ້ໃຊ້ Facebook ມາໃຫ້ບັນດາທ່ານ ເພື່ອໄວ້ເປັນຄວາມຮູ້ຮອບໂຕ.

          ອີງຕາມຂໍ້ມູນສະຖິຕິການນໍາໃຊ້ Facebook ໃນກຸ່ມປະເທດອາຊຽນ ເຫັນວ່າ ສປປ ລາວ ແມ່ນຕິດ ອັນດັບທີ 9 ຂອງບັນດາປະເທດອາຊຽນ ໂດຍອີງຕາມຂໍ້ມູນຜູ້ໃຊ້ Facebook ໃນປີ 2015 ຊຶ່ງໃນນັ້ນ ອັນດັບທີ 1 ແມ່ນປະເທດອິນໂດເນເຊຍ ມີຜູ້ໃຊ້ທັງໝົດ 74 ລ້ານບັນຊີ; ອັນທີ 2 ແມ່ນປະເທດ ຟິນລິບປິນ ມີຜູ້ໃຊ້ທັງໝົດ 44 ລ້ານບັນຊີ; ອັນດັບທີ 3 ແມ່ນປະເທດ ໄທ ມີຜູ້ໃຊ້ທັງໝົດ 35 ລ້ານບັນຊີ; ອັນດັບທີ 4 ແມ່ນປະເທດ ຫວຽດນາມ ມີຜູ້ໃຊ້ທັງໝົດ 32 ລ້ານບັນຊີ;  ອັນດັບທີ 5 ແມ່ນປະເທດມາເລເຊຍ ມີຜູ້ໃຊ້ທັງໝົດ 17 ລ້ານບັນຊີ; ອັນດັບທີ 6 ແມ່ນປະເທດ ສິງກະໂປ ມີຜູ້ໃຊ້ທັງໝົດ 4,8 ລ້ານບັນຊີ; ອັນດັບທີ 7 ແມ່ນປະເທດ ມຽນມ້າ ມີຜູ້ໃຊ້ທັງໝົດ 4,2 ລ້ານບັນຊີ; ອັນດັບທີ 8 ແມ່ນປະເທດ ກໍາປູເຈ້ຍ ມີຜູ້ໃຊ້ທັງໝົດ 2,6 ລ້ານບັນຊີ; ອັນດັບທີ 9 ແມ່ນປະເທດລາວ ມີຜູ້ໃຊ້ທັງໝົດ 720,000 ບັນຊີ; ແລະ ອັນດັບທີ 10 ແມ່ນປະເທດ ບຣູໄນ ມີຜູ້ໃຊ້ທັງໝົດ 260,000 ບັນຊີ. ເຖິງຢ່າງໃດກໍຕາມ ເມື່ອງທຽບໃສ່ຈໍານວນປະຊາກອນ ແລະ ຈໍານວນຜູ້ໃຊ້ເພີ່ມຂຶ້ນຫຼາຍທີ່ສຸດ ໂດຍການສົມທຽບຈາກປີ 2014 ເຫັນວ່າ ໃນປີ 2015 ມີຍອດການເພີ່ມໂຕຂຶ້ນສູງສຸດໃນ 5 ອັນດັບປະເທດອາຊຽນ ຄື: ມຽນມ້າ ເພີ່ມຂຶ້ນ +191,67%; ກໍາປູເຈ້ຍ ເພີ່ມຂຶ້ນ 88,41%; ລາວ ເພີ່ມຂຶ້ນ 56,52%; ຫວຽດນາມ ເພີ່ມຂຶ້ນ 45,45% ແລະ ໄທ ເພີ່ມຂຶ້ນ 34,62%.

          ຂໍ້ມູນສະຖິຕິຈາກ Facebook ຍັງໃຫ້ຮູ້ຕື່ມອີກວ່າ ໃນທົ່ວໂລກ ມີຜູ້ໃຊ້ເພີ່ມຂຶ້ນຫຼາຍ ຊຶ່ງນັບແຕ່ປີ 2013 ມີປະຊາກອນທົ່ວໂລກນໍາໃຊ້ Facebook ທັງໝົດ 1,14 ພັນລ້ານ ບັນຊີ; ປີ 2014 ເພີ່ມຂຶ້ນເປັນ 1,19 ພັນລ້ານບັນຊີ (ກວມເອົາ +3%) ແລະ ປີ 2015 ເພີ່ມຂຶ້ນເປັນ 1,39 ພັນລ້ານບັນຊີ (ກວມເອົາ +16,81%). ຢ່າງໃດກໍດີ ປະຊາກອນຂອງ ສປປ ລາວ ເຮົາມີທັງໝົດ 6 ລ້ານກວ່າຄົນ ແຕ່ໃນປີ 2015 ທີ່ຜ່ານມາ ລາວເຮົາ ມີຜູ້ໃຊ້ທັງໝົດ 720,000 ບັນຊີ ຊຶ່ງຄາດວ່າໃນປີ 2016 ນີ້ ຈໍານວນຜູ້ໃຊ້ອາດຈະເພີ່ມຂຶ້ນເປັນເທົ່າໂຕຢ່າງແນ່ນອນ.